ລາວ-ມາເລເຊຍ ຫາລືເພີ່ມທະວີແກ້ໄຂຕ້ານການຄ້າມະນຸດ ແລະ ບັນຫາອາຊະຍາກຳຂ້າມຊາດ

ວັນທີ 2 ມີນາ 2023 ພົອ ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ແອດີ ເອຍວານ ບິນ ມານມຸດ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈຳ ສປປ ລາວ ເພື່ອປຶກສາຫາລືການຮ່ວມມື ລະຫວ່າງສອງປະເທດ.

ເພື່ອຕີລາຄາຄືນການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ມາເລເຊຍ ໃນໄລຍະຜ່ານມາໃຫ້ສືບຕໍ່ຮັດແໜ້ນສາຍພົວພັນຮ່ວມມື, ຄວາມສາມັກຄີລະຫວ່າງສອງປະເທດ, ພ້ອມທັງປຶກສາຫາລືດ້ານວຽກງານຕ່າງໆ ເປັນຕົ້ນແມ່ນດ້ານວຽກງານຕ້ານການຄ້າມະນຸດ, ບັນຫາອາຊະຍາກຳຂ້າມຊາດ ແລະ ອື່ນໆ ເພື່ອຮ່ວມກັນມີວິທີການ ແລະ ມາດຕະການແກ້ໄຂ.

ໂອກາດນີ້, ທ່ານ ເອກອັກຄະລັດທະທູດ ແຫ່ງມາເລເຊຍ ປະຈຳລາວ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງ ປກສ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ຮັດແໜ້ນສາຍພົວພັນຮ່ວມມືຄວາມສາມັກຄີຂອງສອງປະເທດໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ, ສືບຕໍ່ຮ່ວມກັນປຶກສາຫາລື ແລະ ຮ່ວມມືໃນການແກ້ໄຂບັນຫາຕ່າງໆໃຫ້ນັບມື້ມີຜົນສຳເລັດເປັນກ້າວໆ.