ວານ ບຣິສຊາກາ ກຽມອຳລາແມນຢູຄືນສູ່ຖິ່ນເກ່ົາ ຄຣິສຕັລ ພາເລດ ລະດູການນີ້

ອາຣອນ ວານ ບຣິສຊາກາ ກອງຫລັງ ແມນເຊສເຕີ ຢູໄນເຕັດ ສະໂມສອນດັງແຫ່ງ ພຣີເມຍລີກ ອັງກິດ ຕົກເປັນຂ່າວວ່າ ພວມພິຈາລະນາເຖິງຄວາມເປັນໄປໄດ້ໃນການຍ້ຍາຍກັບໄປຮ່ວມທີມ ຄຣິສຕັລ ພາເລດ ຫລັງຈາກຈົບລະດູການນີ້ ຕາມລາຍງານເມື່ອວັນທີ 1 ມີນາທີ່ຜ່ານມາ.
ຫລັງຈາກແຈ້ງເກີດຂຶ້ນມາຢູ່ໃນທີມຊຸດໃຫຍ່ຂອງ ພາເລດ ໄດ້ພຽງລະດູການ ວານ ບິສຊາກາ ກໍເຊັນສັນຍາຍ້າຍມາຫລິ້ນກັບ ແມນເຊສເຕີ ຢູໄນເຕັດ ໃນລະດູການ 2019 ໂດຍໄລຍະທຳອິດ ດາວເຕະອາຍຸ 25 ຍຶດຕຳແໜ່ງຕົວຫລັກໄດ້ຢ່າງສະຫມ່ຳສະເຫມີ ແຕ່ຫລັງຈາກບາດເຈັບກໍຄ່ອຍໆຖືກຫລຸດບົດບາດລົງໄປ.
ໃນລະດູການນີ້ ເອຣິກ ເທນ ຮາກ ຜູ້ຈັດການທີມແມນຢູ ຕັດສິນໃຈເລືອກໃຊ້ ດີໂອໂກ ດາໂລ ເປັນກອງຫລັງຕົວຈິງ ເຊິ່ງເຮັດໃຫ້ ວານ ບິສຊາກາ ໄດ້ລົງຫລິ້ນບໍ່ຫລາຍ ນອກຈາກນີ້ ຍັງມີຂ່າວລືວ່າ ແມນເຊສເຕີ ຢູໄນເຕັດ ພວມຊອກຫາກອງຫລັງຄົນໃຫມ່ເຂົ້າມາເສີມທີມນຳອີກ.
ຈາກສະຖານະການທີ່ບໍ່ແນ່ນອນແບບນີ້ ເຮັດໃຫ້ ວານ ບິສຊາກາ ມີຂ່າວວ່າລາວອາດຖືກປ່ອຍອອກຈາກທີມເພື່ອເປີດທາງໃຫ້ກັບກອງຫລັງຄົນອື່ນຕາມຮູບແບບຂອງ ເທນ ຮາກ ຕ້ອງການ ໂດຍມີອະດີດທີມເກ່ົາຢ່າງ ຄຣິສຕັລ ພາເລດ ພ້ອມທີ່ຈະອ້າແຂນຮັບເອົາຕົວກັບທີມ.
ໃນປີນີ້ ວານ ບິສຊາກາ ລົງຫລິ້ນໄປລວມທຸກລາຍການ 18 ເກມ ໂດຍຍັງມີສັນຍາກັບແມນຢູ ເຖິງປີ 2024 ແລະ ມີຄ່າຕົວປະມານ 18 ລ້ານປອນ.

