ລີເວີພູລ ສ້າງລາຍໄດ້ຮອບປີ ສະຖິຕິໃຫມ່ 594 ລ້ານປອນ

ລິເວີພູລ ເປີດເຜີຍຜົນປະກອບການປະຈຳລະດູການຜ່ານມາ 2021/22 ສິ້ນສຸດໄລຍະເດືອນພຶດສະພາປີຜ່ານມາ ວ່າສາມາດໂກຍລາຍຮັບໄດ້ເປັນສະຖິຕິຂອງສະໂມສອນ ທີ່ 594 ລ້ານປອນ ເຖິງຈະຫັກລົບໜີ້ແລ້ວ ຈະເຫລືອກຳໄລຢູ່ບໍ່ຮອດ 10 ລ້ານປອນກໍຕາມ.

ລະດູການ 2021/22 ທີ່ຜ່ານມາ ຖືເປັນປີທີ່ສຸດຍອດຂອງ ເຈີເກັນ ຄລອບ ແລະ ຊາວຄະນະລີເວີພູລ ເມື່ອສາມາດຄວ້າສອງແຊ໊ມ ຄາຣາບາວ ຄັບ + ເອຟເອ ຄັບ ໄດ້ ພ້ອມກັບເປັນຮອງແຊ໊ມທັງ ພຣີເມຍລີກ ແລະ ຢູຟາ ແຊ໊ມປຽນ ລີກ.

ແລະ ເຖິງຈະມີໄລຍະບໍ່ດີກ່ຽວກັບໄວຣັສ ໂຄວິດ-19 ລະບາດ ຈົນສົ່ງຜົນກະທົບຕໍ່ສະພາບການເງິນເກືອບທຸກສະໂມສອນ ແຕ່ດ້ວຍຄວາມທີ່ປະສົບຄວາມສຳເລັດເປັນຢ່າງດີ ໃນແງ່ຂອງບານເຕະ ເຮັດໃຫ້ສະໂມສອນສາມາດໂກຍເງິນໄດ້ຮອດ 594 ລ້ານປອນ ຫລາຍກວ່າປີກ່ອນເຖິງ 107 ລ້ານປອນ.

ໃນແງ່ຂອງເງິນລາຍໄດ້ ມີພຽງ 2 ສະໂມສອນເທົ່ານັ້ນທີ່ເຮັດເງິນໄດ້ຫລາຍກວ່າ ລີເວີພູລ ໃນຮອບລະດູການທີ່ຜ່ານມາ ຄື ຣຽວ ມາດຣິດ (605 ລ້ານປອນ ) ກັບ ແມນເຊສເຕີ ຢູໄນເຕັດ (649 ລ້ານປອນ).

ທັງນີ້ ຈຳນວນເງິນສ່ວນສຳຄັນຂອງຕົວເລກລາຍໄດ້ດັ່ງກ່າວຂອງ ລີເວີພູລ ມາຈາກການເຮັດສັນຍາກັບຜະລິດຕະພັນເຄື່ອງກິລາຄ້າຍໃຫຍ່ຄື ໄນກີ້ (NIKE) ທີ່ເຮັດໃຫ້ລາຍໄດ້ດ້ານການຕະຫລາດຂອງ ລີເວີພູລ ສູງເຖິງ 247 ລ້ານປອນ.

ແນວໃດກໍຕາມ ເມື່ອຫັກຄ່າໃຊ້ຈ່າຍ ແລະ ອື່ນໆ ຈາກຈຳນວນເງິນ 594 ລ້ານປອນທີ່ເຂົ້າມາແລ້ວ ຈະເຫລືອກຳໄລກ່ອນຫັກພາສີພຽງ 7,5 ລ້ານປອນເທົ່ານັ້ນ ໂດຍຍອດຄ່າໃຊ້ຈ່າຍເລື່ອງຄ່າຈ້າງຂອງນັກເຕະ ເພີ່ມຂຶ້ນເຖິງ 17% ຈາກ 314 ເປັນ 366 ລ້ານປອນ ຫລັງມີການຂະຫຍາຍສັນຍາສະບັບໃຫມ່ກັບນັກເຕະ 6 ຄົນ ແລະ ຍ້າຍເຂົ້າມາໃຫມ່ອີກ 7 ຄົນ.