ຮ້ອນແຮງ! ໂຣນັລໂດ້ ຄວ້ານັກເຕະດີເດັ່ນ ເດືອນກຸມພາ ລີກ ຊາອຸ

ຄຣິສເຕຍໂນ ໂຣນັລໂດ້ ກອງໜ້າຊຸບເປີສະຕາຂອງ ອັລ-ນາສເຊີ ຄວ້າລາງວັນນັກເຕະດີເດັ່ນ ປະຈໍາເດືອນກຸມພາຂອງ ໂປຣລີກ ຊາອຸດິອາຣາເບຍ.
ດາວເຕະຊາວປອກຕຸຍການຍ້າຍຈາກ ແມນເຊັສເຕີ ຢູໄນເຕັດ ໄປຮ່ວມກັບທີມມະຫາເສດຖີໃນຕາເວັນອອກກາງໃນເດືອນມັງກອນ ແລະ ປັບຕົວເຂົ້າກັບສັງກັດໃໝ່ໄດ້ຢ່າງໄວວາ.
ໂດຍ ໂຣນັລໂດ້ ຍິງໄດ້ 8 ປະຕູ ແລະ 2 ແອສຊີສ ໃນ 4 ເກມຕະຫລອດເດືອນກຸມພາ. ເຊິ່ງເປັນການສ້າງແຮດທຣິກເຖິງ 2 ຄັ້ງ, ຄວ້າລາງວັນນັກເຕະດີເດັ່ນປະຈໍາເດືອນໄປຄອງ.

