ໄອຍະການ ຝຣັ່ງ ສອບສວນ ຮາຄີມີ່ ນັກເຕະເປແອສເຊ ຫລັງຖືກຍິງສາວ ອາຍຸ 24 ປີ ກ່າວຫາວ່າຂົມຂືນ

ໜັງສືພິມ Le Parisien ແລະ ສື່ອື່ນໆຂອງຝຣັ່ງ ໄດ້ລາຍງານວ່າ ຍິງສາວອາຍຸ 24 ປີ ຄົນໜຶ່ງໄດ້ຂຽນບັນທຶກປະຈຳວັນຢູ່ສະຖານີຕຳຫລວດ Val-de-Marne ໃນວັນອາທິດ ວ່າເຂົາຖືກແບັກຂວາອາຍຸ 24 ປີ ຂອງທີມຊາດ ໂມຣັອກໂກ ການລ່ວງລະເມີດທາງເພດ ແລະ ຂົ່ມຂືນ ໃນວັນເສົາ ທີ່ເຮືອນພັກວິນລາຂອງລາວໃນ Boulogne-Biancourt ທາງພາກຕາເວັນຕົກຂອງປາຣີ.
ເນື່ອງຈາກ ຮາຄີມີ່ ບໍ່ໄດ້ເດີນທາງໄປ ມາກເຊີຍ ກັບທີມເປແອສເຊ ຍ້ອນວ່າຍັງບໍ່ຫາຍດີຈາກການບາດເຈັບກ້າມຊີ້ນຂອງລາວ ໃນຂະນະທີ່ເມຍ ແລະ ລູກສອງຄົນຂອງລາວໄດ້ໄປທ່ຽວທີ່ດູໄບ.
ສື່ຝຣັ່ງລາຍງານວ່າ, ຍີງສາວຜູ້ເສຍຫາຍ ກັບ ຮາຄີມີ່ ໄດ້ສົ່ງຂໍ້ຄວາມຫາກັນໃນ Instagram ໃນວັນທີ 16 ມັງກອນທີ່ຜ່ານມາ ແລະ ໃນມື້ທີ່ນາງໄດ້ໃຫ້ການຢືນຢັນວ່າເກີດເຫດ, ຮາຄີມີ່ ເປັນຄົນໂທລະສັບຫາອູເບີໃຫ້ມາສົ່ງນາງທີ່ເຮືອນຂອງຕົນ. ຫລັງຈາກນັ້ນ ລາວກໍ່ໄດ້ລວນລາມ ໂດຍທີ່ນາງບໍ່ມີການຍິນຍອມ ກ່ອນທີ່ນາງຈະໜີອອກໄປໄດ້ ແລະ ສົ່ງ SMS ຫາຫມູ່ເພື່ອນຍິງໃຫ້ມາຮັບຕົນ.
ຕາມການບອກເລົ່າຂອງຍິງສາວຄົນນີ້ ນາງບໍ່ຕ້ອງການທີ່ຈະດໍາເນີນຄະດີຜູ້ຖືກກ່າວຫາ ພຽງແຕ່ມາບັນທຶກປະຈຳວັນ ແຕ່ໄອຍະການຂອງສານຂອງເມືອງ Creteil ແຂວງ Val-de-Marne ກໍ່ໄດ້ເປີດເຜີຍກໍລະນີນີ້ແລ້ວ ເພາະວ່າຜູ້ຖືກກ່າວຫາແມ່ນຄົນທີ່ມີຊຶ່ສຽງ ແລະ ເປັນກໍລະນີຮ້າຍແຮງ ດັ່ງນັ້ນ, ພວກເຮົາຕ້ອງສືບຕໍ່ສືບສວນເພື່ອຫາຄວາມຈິງຕໍ່ໄປ.

