ຄວາມພະຍາຍາມໄປສູ່ຄວາມສຳເລັດ ຂຸດບໍ່ນ້ຳດ້ວຍ “ຈົກ” ພຽງຄົນດຽວ

ທ້າວ Shyam Lal ອາຍຸ 42 ປີ. ຢູ່ບ້ານ Saja Pahad ເມືອງ Koriya ປະເທດອິນເດຍ.

 

 

 

 

+ ແພດຊ່ວຍຊີວິດຍິງສາວທີ່ຖືກໄຟເຜົາມີຊີວິດໃໝ່

+ ສາວຊົນເຜົ່າ Surma ແລະ Mursi ມີຂອບປາກໃຫຍ່ທີ່ສຸດໃນໂລກ

+ 10 ຂັ້ນສູ່ຄວາມສຳເລັດໃນການເຮັດວຽກ

 

ຢູ່ໃກ້ກັບພູເຂົາສູງ Chirimiri ບໍ່ມີໄຟຟ້າ, ຫົນທາງກະບໍ່ສະດວກ ມີບໍ່ນ້ຳພຽງແຕ່ 2 ແຫ່ງ ເຊິ່ງເຮັດ ໃຫ້ປະຊາຊົນໃນບ້ານ ແລະ ສັດລ້ຽງຂາດນ້ຳໃຊ້ເປັນທີ່ສຸດ ດັ່ງນັ້ນ ລາວ ຈິ່ງເກີດມີຄວາມຄິດ ຢາກຂຸດບໍ່ນ້ຳເພື່ອໃຫ້ປະຊາຊົນ ໃນບ້ານຂອງຕົນມີນ້ຳໃຊ້ ຫລັງ ຈາກນັ້ນກໍເລີ່ມ ດ້ວຍການຫາ ແຫລ່ງທີ່ເໝາະສົມກັບການຂຸດບໍ່ນ້ຳໃນປ່າແຫ່ງໜຶ່ງ, ຈາກນັ້ນ ລາວກໍເລີ່ມເອົາ “ຈົກ” ຂຸດບໍ່ນ້ຳ ຢ່າງມີຄວາມອົດທົນໃນການ ຂຸດພຽງຄົນດຽວບໍ່ມີໃຜມາຊ່ວຍ ໃນໄລຍະເລີ່ມຂຸດລາວມີອາຍຸ ພຽງ 15 ປີ, ໃຊ້ເວລາ ໃນການ ຂຸດ 27 ປີ ເລີກ 4,5 ແມັດ.

 

 

 

ໃນທີ່ສຸດລາວກໍປະສົບ ຜົນສຳເລັດແບບທີ່ລາວຕ້ອງ ການຢາກໃຫ້ບ້ານຂອງລາວມີ ນ້ຳໃຊ້.