ນາຍົກລັດຖະມົນຕີ ຕ້ອນນັກກິລາຊຸດຊີເກມພ້ອມມອບເງິນ 700 ກວ່າລ້ານກີບ ໃຫ້ເປັນກຳລັງໃຈ

ໃນຕອນເຊົ້າ ວັນທີ 5 ກັນຍານີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດທະມົນຕີ ໄດ້ໃຫ້ກຽດຕ້ອນຮັບຄະນະນຳ, ຄູຝຶກ ແລະ ນັກກິລາລາວ ທີ່ຫ້ອງວ່າການສຳນັກນາຍົກລັດຖະມົນຕີ ນະຄອນ ຫລວງວຽງຈັນ, ພາຍຫລັງສຳເລັດການເຂົ້າຮ່ວມແຂ່ງຂັນ ໃນງານມະຫາກຳກິລາຊີເກມ ຄັ້ງທີ 29 ຢູ່ປະເທດມາເລເຊຍ ລະຫວ່າງວັນທີ 19-30 ສິງຫາຜ່ານມາ ແລະ ພ້ອມນີ້ ທ່ານນາຍົກລັດຖະມົນຕີ ກໍໄດ້ມອບເງິນຈຳນວນ 700 ລ້ານວ່າກີບເພື່ອເປັນກຳລັງໃຈ ໃນນັ້ນໃຫ້ແກ່ທີມນັກກິລາຫລຽນຄຳ ຈຳນວນ 91 ລ້ານກີບ, ຫລຽນເງິນ 135 ລ້ານກວ່າກີບ, ຫລຽນທອງ 325 ລ້ານກວ່າກີບ ແລະ ທີມຄູຝຶກ 138 ລ້ານກວ່າກີບ.
ທ່ານ ສົມພູ ພົງສາ ຜູ້ຊ່ວຍລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ຮອງປະທານ ແລະ ເລຂາທິການ ຄະນະກຳມະການໂອແລມປິກແຫ່ງຊາດລາວ ໄດ້ລາຍງານຕໍ່ ທ່ານນາຍົກລັດຖະມົນຕີ ຊາບວ່າ: ງານມະຫາກຳກິລາຊີເກມ ຄັ້ງທີ 29 ໄດ້ກຳນົດເອົາ 38 ປະເພດກິລາ ບັນຈຸເຂົ້າໃນການແຂ່ງຂັນ ແລະ ມີການຊິງຫລຽນຄຳ ທັງໝົດ 405 ຫລຽນ. ສຳລັບ ສປປ ລາວ ໄດ້ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນ 22 ປະເພດຫນຶ່ງ ປະກອບມີຄະນະມົນຕີຊີເກມ, ຄະນະນຳ, ແພດກິລາ, ກຳມະການຕັດສິນ, ຄູຝຶກ ແລະ ນັກກິລາ ທັງໝົດ 350 ຄົນ. ຜ່ານການແຂ່ງຂັນຕົວຈິງກິລາປະເພດຕ່າງໆ ສາມາດຍາດໄດ້ 26 ຫລຽນ ໃນນັ້ນມີ 2 ຫລຽນຄຳ, 3 ຫລຽນເງິນ ແລະ 21 ຫລຽນທອງ ຈັດຢູ່ໃນອັນດັບທີ 9 ຂອງ 11 ປະເທດ.

