ລັດຖະບານຈີນກໍາລັງໃຊ້ມາດຕະການຫລາຍຢ່າງ ເພື່ອສະໜັບສະໜູນການມີລູກ

ອາຍຸສະເລ່ຍສໍາລັບການແຕ່ງດອງຄັ້ງທໍາອິດຂອງແມ່ຍິງຈີນໃນປີ 2020 ຢູ່ທີ່ 26,3 ປີ ເພີ່ມຂຶ້ນຈາກທົດສະວັດທີ 80 ທີ່ມີອາຍຸສະເລ່ຍ 22 ປີ ແລະ ອາຍຸສະເລ່ຍສໍາລັບການມີລູກຄົນທໍາອິດໃນປີ 2020 ຢູ່ທີ່ 27,2 ປີ.

China Media Group (CMG) ສື່ຫລັກຂອງຈີນ ລາຍງານວ່າ: ຮອງຜູ້ອໍານວຍການສະມາຄົມວາງແຜນຄອບຄົວຂອງຈີນ ເປີດເຜີຍຂໍ້ມູນວ່າ: ຈໍານວນຄົນໃນຄອບຄົວໃນຈີນປີ 2020 ມີ 2,62 ຕໍ່ຄອບຄົວ ຫລຸດລົງ 0,48 ເມື່ອທຽບໃສ່ປີ 2010 ເຊິ່ງສາເຫດຕົ້ນຕໍທີ່ຈີນມີອັດຕາການເກີດຕໍ່າ ມາຈາກຄົນໄວໜຸ່ມມີທັດສະນະຄະຕິເລື່ອງການແຕ່ງດອງ ແລະ ໄລຍະເວລາຂອງການເລີ່ມຕົ້ນຄອບຄົວປ່ຽນໄປ.

ໂດຍອາຍຸສະເລ່ຍສໍາລັບການແຕ່ງດອງຄັ້ງທໍາອິດຂອງແມ່ຍິງໃນຈີນປີ 2020 ຢູ່ທີ່ 26,3 ປີ ເພີ່ມຂຶ້ນຈາກທົດສະວັດທີ 80 ທີ່ມີອາຍຸສະເລ່ຍ 22 ປີ ແລະ ອາຍຸສະເລ່ຍສໍາລັບການມີລູກຄົນທໍາອິດໃນປີ 2020 ຢູ່ທີ່ 27,2 ປີ.

ຂະນະດຽວກັນ, ຜູ້ຍິງທີ່ມີອາຍຸໃນໄວນີ້ຖືພາໄດ້ ມີຄວາມຕ້ອງການໜ້ອຍລົງທີ່ຈະມີລູກ ດ້ວຍເຫດນີ້ລັດຖະບານຈີນຈຶ່ງໃຊ້ມາດຕະການຫລາຍຢ່າງໃນການສະໜັບສະໜູນຄົນໜຸ່ມສາວໃຫ້ມີລູກຫລາຍຂຶ້ນ ໂດຍເນັ້ນຫລຸດຄ່າໃຊ້ຈ່າຍໃນການລ້ຽງລູກເຊັ່ນ: ຢູ່ເມືອງຈີ່ໜານ ປະຊາຊົນທີ່ໄດ້ຮັບການຄຸ້ມຄອງຈາກການປະກັນສຸຂະພາບ ຈະໄດ້ຮັບເງິນ 3 ພັນຢວນ ສໍາລັບການເກີດລູກ, ເມືອງຜານຈືຮວາ ຈະໃຫ້ເງິນອຸດໜູນຄອບຄົວທີ່ມີລູກ 2 ຄົນ ແລະ 3 ຄົນ ເດືອນລະ 500-600 ຢວນ ຈົນກວ່າເດັກຈະມີອາຍຸຄົບ 3 ປີ. ນອກຈາກນີ້ ລັດຖະບານມີແຜນຈະເພີ່ມຈໍານວນສູນຮັບລ້ຽງເດັກນໍາອີກ.