ເຊີຄີໂອ ຣາມອສ ປະກາດເລີກຫລິ້ນທີມຊາດ ສະເປນ ຢ່າງເປັນທາງການ ຫລັງບໍ່ຢູ່ໃນແຜນ ການເຮັດທີມຂອງຄູຝຶກຄົນໃໝ່

ຣາມອສ ໄດ້ເປີດໃຈຜ່ານຖະແຫລງການສ່ວນຕົວກ່ຽວກັບເລື່ອງນີ້ວ່າ “ມັນເຖິງເວລາທີ່ຂ້ອຍຕ້ອງບອກລາກັບທີມຊາດສະເປນ ຂ້ອຍໄດ້ຮັບໂທລະສັບຈາກຫົວຫນ້າຄູຝຶກສອນຄົນປັດຈຸບັນ ( Luis de la Fuente) ແຈ້ງວ່າຂ້ອຍຈະບໍ່ໄດ້ເປັນສ່ວນໜຶ່ງໃນແຜນການທີມຂອງລາວ. ບໍ່ວ່າຂ້ອຍຈະມີຜົນງານຫຍັງໃນອາຊີບກໍ່ຕາມ, ຫົວໃຈຂອງຂ້ອຍໜັກອຶ້ງ ມັນແມ່ນການສິ້ນສຸດຂອງເສັ້ນທາງ, ຂ້າພະເຈົ້າຄິດວ່າມັນອາດຈະທອດຍາວອອກໄປ ແລະ ຈົບລົງດ້ວຍລົດຊາດທີ່ມະຫັດສະຈັນຢູ່ໃນປາກຂອງຂ້ອຍ.”

ສຳລັບ ເຊີຄີໂອ ຣາມອສ ຕິດທີມຊາດຕັ້ງແຕ່ອາຍຸ 18 ປີ ລົງຫລິ້ນໃຫ້ຊາດບ້ານເກີດທັງໝົດ 180 ນັດ, ຮັບໜ້າທີ່ກັບຕັນທີມຊາດ. ໂດຍທີກຽດປະຫວັດຄວ້າແຊ້ມ ເອີຣົບ 2008 ກັບ 2012 ແລະ ບານໂລກ 2010, ລາວເປັນໜຶ່ງໃນຜູ້ກອງຫລັງທີ່ແຟນສະເປນຮັກທີ່ສຸດຕະຫລອດການ.