ສຳນັກຂ່າວຕ່າງປະເທດລາຍງານ: ວັນທີ 23 ກຸມພາ 2023, ເກີດອຸບັດເຫດ ບໍ່ຖ່ານຫີນ ຖະຫລົ່ມ ເຂດອັລຊາລີ (Alsa League) ໃນເຂດປົກຄອງ ມົງໂກລີ ທາງພາກເໜືອຂອງ ສປ ຈີນ ເຮັດໃຫ້ມີ ຜູ້ເສຍຊີວິດ 5ຄົນ,ບາດເຈັບ 6ຄົນ ແລະ ສູນຫາຍ 48ຄົນ. ປັດຈຸບັນ ເຈົ້າໜ້າທີ່ກູ້ໄພຂອງ ສປ ຈີນ ພວມເລັ່ງຄົ້ນຫາ ຜູ້ສູນຫາຍ ແລະ ໃຫ້ການຊ່ວຍເຫລືອ ຜູ້ເຄາະຮ້າຍ ໃນເຫດການຄັ້ງນີ້ ຢ່າງຮີບດ່ວນ. ເຂດດັ່ງກ່າວ ເປັນແຫລ່ງ ອຸດສາຫະກຳ ຖ່ານຫີນ ຂະໜາດໃຫຍ່ສຸດ ຂອງ ສປ ຈີນ.