ເວສແບງນອງເລືອດທີ່ສຸດໃນຮອບ 20 ປີ ອິດສະລາແອນວິສາມັນ 11 ຄົນຊາວປາແລັສຕິນ

ເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງຂອງອິດສະລາແອນ ສັງຫານ “ຜູ້ຖືກສົງໄສເປັນສະມາຊິກກຸ່ມຫົວຮຸນແຮງ” ຊາວປາແລັສຕິນໃນເຂດເວສແບງ ຢ່າງໜ້ອຍ 11 ຄົນ ຖືເປັນເຫດຮຸນແຮງທີ່ສຸດໃນຮອບ 20 ປີ.

ວັນທີ 23 ກຸມພາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ກອງກໍາລັງປ້ອງກັນອິດສະລາແອນ (IDF) ລາຍງານການປະຕິບັດພາລະກິດດ້ານຄວາມໝັ້ນຄົງໃນເຂດເວສແບງ ໃນວັນທີ 22 ກຸມພາຜ່ານມາ ເພື່ອຕິດຕາມຈັບກຸມ “ຜູ້ຖືກສົງໄສເປັນສະມາຊິກກຸ່ມຫົວຮຸນແຮງ” ເຊິ່ງລີ້ຊ້ອນຢູ່ຕາມອາພາດເມັນຫລາຍແຫ່ງ ໂດຍກຸ່ມຄົນຮ້າຍຂັດຂືນ ແລະ ຕໍ່ສູ້ກັບເຈົ້າໜ້າທີ່.

ທັງນີ້, IDF ຢືນຢັນການວິສາມັນຜູ້ຖືກສົງໄສ “ຢ່າງໜ້ອຍ 3 ຄົນ”. ເຖິງຢ່າງໃດກໍຕາມ, ກະຊວງສາທາລະນະສຸກຂອງປາແລັສຕິນລາຍງານຈໍານວນຜູ້ເສຍຊີວິດຢ່າງໜ້ອຍ 11 ຄົນ ມີອາຍຸລະຫວ່າງ 16-72 ປີ ແລະ ມີຜູ້ໄດ້ຮັບບາດເຈັບອີກຫລາຍກວ່າ 80 ຄົນ “ຈາກປະຕິບັດການຂອງອິດສະລາແອນ”. ທ່ານ ຮຸສເຊນ ອັລ-ຊີກ ເລຂາທິການອົງການປົດປ່ອຍປາແລັສຕິນ (PLO) ປະນາມປະຕິບັດການຂອງອິດສະລາແອນ “ເປັນການສັງຫານໝູ່” ແລະ ຮຽກຮ້ອງ “ການຄຸ້ມຄອງຈາກນາໆຊາດຕໍ່ຊາວປາແລັສຕິນ”.

ຂະນະທີ່ສັນນິບາດອາຣັບອອກຖະແຫລງການປະນາມອິດສະລາແອນ “ກໍ່ອາດຊະຍາກໍາຊົ່ວຮ້າຍ”, ສ່ວນທ່ານ ເນັດ ໄພຣ ໂຄສົກກະຊວງການຕ່າງປະເທດອາເມລິກາ ກ່າວວ່າ: ລັດຖະບານວໍຊິງຕັນມີຄວາມເຂົ້າໃຈຕໍ່ຄວາມກັງວົນຂອງອິດສະລາແອນໃນມິຕິຄວາມໝັ້ນຄົງ, ແຕ່ມີຄວາມກັງວົນຕໍ່ສະຖານະການຮຸນແຮງຮອບໃໝ່ໃນເຂດເວສແບງ ເຊິ່ງສົ່ງຜົນໃຫ້ມີພົນລະເຮືອນເສຍຊີວິດ ແລະ ໄດ້ຮັບບາດເຈັບເປັນຈໍານວນຫລາຍ.