ໂບໂກຮາຣາມສັງຫານປະຊາຊົນ 400 ຄົນນັບແຕ່ເດືອນເມສາປີນີ້

ລາຍງານຂອງອົງການສິດທິມະນຸດແອມເນສຕີ້ ລະບຸວ່າ: ກຸ່ມໂບໂກຮາຣາມສັງຫານປະຊາຊົນໄປແລ້ວເກືອບ 400 ຄົນ ໃນກາເມີຣູນ ແລະ ນີເຊຣີ ນັບແຕ່ເດືອນເມສາຜ່ານມາ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງລາກອດ ປະເທດນີເຊຣີ ໃນວັນທີ 5 ກັນຍາວ່າ: ລາຍງານໂດຍອົງການນິລະໂທດສະກຳສາກົນ (Amnesty) ລາຍງານຈຳນວນພົນລະເຮືອນ ເຊິ່ງເສຍຊີວິດຈາກເຫດຮຸນແຮງທີ່ເປັນຝີມືຂອງກຸ່ມກໍ່ການຮ້າຍໂບໂກຮາຣາມ ຢູ່ກາເມີຣູນ ແລະ ນີເຊຣີ ນັບແຕ່ເດືອນເມສາຜ່ານມາວ່າ: ມີຢ່າງໜ້ອຍ 381 ຄົນ ຢູ່ນີເຊຣີຢ່າງໜ້ອຍ 223 ຄົນ ແລະ ກາເມີຣູນ 158 ຄົນ ສ່ວນຫລາຍເປັນການເສຍຊີວິດໃນເຫດລະເບີດຂ້າຕົວຕາຍຕາມສະຖານທີ່ຊຸມຊົນ ເຊິ່ງກຸ່ມໂບໂກຮາຣາມໃຊ້ຜູ້ຍິງ ແລະ ເດັກນ້ອຍເຮັດໜ້າທີ່ຈູດຊະນວນລະເບີດ ແລະ ສະເພາະເດືອນສິງຫາຜ່ານມາ ພົບຜູ້ເສຍຊີວິດຈາກເຫດຮຸນແຮງໃນສອງປະເທດລວມກັນຢ່າງໜ້ອຍ 100 ຄົນ.
ທັງນີ້, ສະຖິຕິດັ່ງກ່າວເພີ່ມຂຶ້ນຫລາຍກວ່າ 2 ເທົ່າ ເມື່ອທຽບໃສ່ໄລຍະເວລາ 5 ເດືອນກ່ອນໜ້ານັ້ນ ໂດຍໜຶ່ງໃນເຫດການຮຸນແຮງທີ່ສຸດຄືເຫດລະເບີດຂ້າຕົວຕາຍຢູ່ເມືອງວາຊາ ໃນກາເມີຣູນ ວັນທີ 12 ກໍລະກົດຜ່ານມາ ມີລາຍງານຜູ້ເສຍຊີວິດຢ່າງໜ້ອຍ 16 ຄົນ ແລະ ໄດ້ຮັບບາດເຈັບອີກ 34 ຄົນ.

