ນັກຮຽນແທງຄູສອນພາສາເສຍຊີວິດຄາຫ້ອງຮຽນທີ່ປະເທດຝຣັ່ງ ເບື້ອງຕົ້ນອາດມີບັນຫາດ້ານສຸຂະພາບຈິດ

ສຳນັກຂ່າວຕ່າງປະເທດລາຍງານ: ວັນທີ 23 ກຸມພາ 2023 ນີ້, ສຳນັກງານໄອຍະການ ເມືອງແຊນຊອງເດິລູດ ທາງພາກຕາເວັນຕົກສ່ຽງໃຕ້ຂອງຝຣັ່ງ ອອກຖະແຫລງການ ຢືນຢັນການຈັບກຸມນັກຮຽນຊາຍອາຍຸ 16 ປີ ໃຊ້ອາວຸດປາຍແຫລມແທງຄູສອນພາສາສະເປນ ເສຍຊີວິດພາຍໃນຫ້ອງຮຽນ ຂອງໂຮງຮຽນແຫ່ງໜຶ່ງໃນວັນທີ 22 ກຸມພາ ຜ່ານມາ.
ທັງນີ້ ໜ່ວຍງານທີ່ກ່ຽວຂ້ອງກຳລັງລວບລວມກັນສອບສວນເຫດການດັ່ງກ່າວ ແລະ ລັດຖະບານຝຣັ່ງໄດ້ຈັດພິທີໄວ້ອາໄລສະຖານການສຶກສາທຸກແຫ່ງເປັນເວລາ 1 ວັນ.
ຂະນະທີ່ສື່ທ້ອງຖິ່ນລາຍງານໂດຍອ້າງຂໍ້ມູນຈາກແຫລ່ງຂ່າວດ້ານການສືບບສວນສອບສວນ ເບື້ອງຕົ້ນ ວ່າມີເຫດຈູງໃຈ ແລະ ໄດ້ຍິນສຽງບາງຢ່າງເປັນແຮງກະຕຸ້ນ ຈຶ່ງລົງມືກໍ່ເຫດ ແລະ ອາດຈະກ່ຽວຂ້ອງກັບສຸຂະພາບຈິດຂອງຜູ້ກໍ່ເຫດ.

