ເລຂາທິການໃຫຍ່ ພັກ ປປ ລາວ ຕ້ອນຮັບ ຄະນະພົວພັນຕ່າງປະເທດ ສູນກາງພັກກອມມູນິດຫວຽດນາມ

ໃນວັນທີ 22 ກຸມພາ 2023, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບ ສະຫາຍ ເລຮວາຍຈຸງ ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ພ້ອມຄະນະໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.
ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ແລະ ເຮັດວຽກຂອງ ສະຫາຍ ເລຮວາຍຈຸງ ພ້ອມດ້ວຍຄະນະໃນຄັ້ງນີ້ ເຊິ່ງໄດ້ນໍາເອົາໄມຕີຈິດມິດຕະພາບອັນແໜ້ນແຟ້ນໜຽວແໜ້ນ ຖານສະຫາຍອ້າຍນ້ອງຂອງ ພັກ, ລັດ ແລະ ປະຊາຊົນຫວຽດນາມ ມາຍັງ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ, ເປັນການປະກອບສ່ວນສໍາຄັນເຂົ້າໃນການເພີ່ມພູນຄູນສ້າງ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ພ້ອມທັງສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງຮອບດ້ານ ແລະ ຂະຫຍາຍຕົວເຂົ້າສູ່ລວງເລິກເປັນກ້າວໆ.
ນອກນີ້, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ຊົມເຊີຍຜົນສໍາເລັດຂອງການພົບປະສອງຝ່າຍ ລະຫວ່າງ ຫົວໜ້າຄະນະພົວພັນຕ່າງປະເທດຂອງສອງສູນກາງພັກ ແລະ ຊີ້ນໍາໃຫ້ສອງຄະນະພົວພັນຕ່າງປະເທດຂອງສອງສູນກາງພັກ ລາວ-ຫວຽດນາມ ສືບຕໍ່ເອົາໃຈໃສ່ ແລະ ເປັນເຈົ້າການເຮັດໜ້າທີ່ເປັນເສນາທິການໃຫ້ແກ່ສູນກາງພັກ ລາວ-ຫວຽດນາມ ໃນການຕິດຕາມຊຸກຍູ້ການຜັນຂະຫຍາຍບັນດາຂໍ້ຕົກລົງລະຫວ່າງສອງພັກ ເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່ຄວາມສະມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ລອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ນັບກ້າວສູ່ລວງເລິກໃນທຸກຂົງເຂດວຽກງານ ນໍາເອົາຜົນປະໂຫຍດແທ້ຈິງມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ, ປະກອບສ່ວນເສີມສ້າງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ສາກົນ.
