ການຄ້າແຂວງຈຳປາສັກ ກຽມ​ຮ່ວມມືດ້ານວຽກງານອຸດສາຫະກໍາ​-ການ​ຄ້າ ກັບ 3 ແຂວງ ເພື່ອຊຸກຍູ້ສົ່ງເສີມເສດຖະກິດພາຍໃນ

ໜັງສືພິມ ຈຳປາໃໝ່ ລາຍງານວ່າ: ວັນທີ 21​ ກຸມພາ​ 2023,​ ທ່ານ​ ​ບຸນຍະເດດ​ ທອງ​ສະຫວັນ​ ຫົວໜ້າ​ພະແນກ​ອຸດສາຫະ​ກໍາ​ ແລະ​ ການຄ້າ​ແຂວງ​ຈໍາປາສັກ​ ໄດ້ໃຫ້ສຳພາດກ່ຽວກັບ​ການກະກຽມ​ຄວາມ​ພ້ອມ​ໃນການ​ຮ່ວມມືດ້ານວຽກງານອຸດສາຫະກໍາ​ ແລະ​ ການ​ຄ້າ ກັບ​ນະຄອນຫລວງ​ວຽງຈັນ,​ ແຂວງສະຫວັນນະເຂດ ແລະ​ ແຂວງ​ຫລວງ​ພະ​ບາງ ເພື່ອຊຸກຍູ້ສົ່ງເສີມການສໍາພັນເສດຖະກິດພາຍໃນໃຫ້ມີຄວາມເຂັ້ມແຂງ ຈຶ່ງໄດ້ເຊັນບົດບັນທຶກຮ່ວມມືດ້ານການພັດທະນາວຽກງານອຸດສາຫະກໍາ ແລະ ການຄ້າ ຮ່ວມກັບແຂວງດັ່ງກ່າວ.

ທັງນີ້ກໍເພື່ອແລກປ່ຽນດ້ານຂໍ້ມູນຂ່າວສານ ແລະ ຊອກຕະຫລາດຈໍາໜ່າຍສິນຄ້າຮ່ວມກັນ​ ຕົ້ນຕໍແມ່ນສິນຄ້າກະສິກໍາ, ປຸກລະດົມພາກທຸລະກິດ ເພີ່ມທະວີການພົວພັນຊື້-ຂາຍ, ການຈັດງານຕະຫລາດນັດ ແລະ ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ບັນດາຫົວໜ່ວຍທຸລະກິດໃນການອະນຸຍາດການລົງທຶນ,​ ການສ້າງຕັ້ງດໍາເນີນທຸລະກິດ ລວມທັງການຈໍາໜ່າຍ ຜະລິດຕະພັນຂອງແຂວງ.​ ເຊິ່ງໃນປີ 2022 ສິນຄ້າກະສິກໍາເມືອງປາກຊ່ອງໄດ້ຈັດສົ່ງໄປຕ່າງແຂວງ​ ມີ 6 ລາຍການ ຄື: ຜັກກະລໍ່າ, ຜັກກາດຂາວ, ໝາກເຂືອ, ໝາກຊູ, ມັນດ້າງ, ໝາກເຜັດ, ມີຈໍານວນ 46.924 ໂຕນ,​ ມູນຄ່າ 102,31 ຕື້ກີບ.​ ໃນນັ້ນ, ສົ່ງໄປນະຄອນຫລວງວຽງຈັນ ຈໍານວນ 27.635 ໂຕນ,​ ມູນຄ່າ 77,24 ຕື້ກີບ. ປັດຈຸບັນ​ ຄວາມຕ້ອງການພືດຜັກຂອງແຂວງຫລວງພະບາງ ປະມານ​ 15​ ໂຕນ/ວັນ,​ ແຂວງສະຫວັນນະເຂດ​ ປະມານ​ 30​ ໂຕນ/ວັນ.​

ນອກນີ້, ພະແນກອຸດສາຫະກໍາ ແລະ​ ການຄ້າແຂວງຈໍາປາສັກ ກໍໄດ້ສ້າງບົດບັນທຶກການຮ່ວມມືສົ່ງເສີມການຜະລິດສິນຄ້າ ແລະ ການຕະຫລາດ ກັບ ອົງການປົກຄອງເມືອງໄດ້ 4 ເມືອງ​ ຄື: ເມືອງໂຂງ, ໂພນທອງ, ມູນລະປະໂມກ ແລະ ເມືອງຈໍາປາສັກ ເພື່ອຮ່ວມກັນ ເຄື່ອນໄຫວສົ່ງເສີມພັດທະນາຜະລິດຕະພັນໜຶ່ງເມືອງໜຶ່ງຜະລິດຕະພັນ ແລະ ສົ່ງເສີມການຂະຫຍາຍຕາໜ່າງຕະຫລາດ ແນໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ກຸ່ມການຜະລິດເຂົ້າເຖິງຕະຫລາດຈໍາໜ່າຍສາມາດຊຸກຍູ້ເຊັນບົດບັນທຶກສັນຍາຊື້-ຂາຍ​ ໄດ້ 7 ຫົວໜ່ວຍ ລວມ 9 ​ຜະລິດຕະພັນ.​