ຜູ້ນຳຈີນເຜີຍເສດຖະກິດໂລກ ຟື້ນຕົວແຕ່ຍັງມີປັດໄຈສ່ຽງ

ປະທານປະເທດ ສີຈິ້ນຜິງ ຂອງຈີນ ກ່າວສູນທອນພົດລະຫວ່າງກອງປະຊຸມຜູ້ນຳກຸ່ມປະເທດຕະຫລາດເກີດໃໝ່ ແລະ ປະເທດກຳລັງພັດທະນາ ໃນວັນທີ 5 ກັນຍານີ້ວ່າ: ເສດຖະກິດໂລກຟື້ນຕົວດີຂຶ້ນ, ແຕ່ປັດໄຈສ່ຽງກໍເພີ່ມຂຶ້ນເຊັ່ນກັນ.
ຈີນເປັນເຈົ້າພາບຈັດກອງປະຊຸມຜູ້ນຳກຸ່ມປະເທດເສດຖະກິດຊັ້ນນຳ 5 ປະເທດ (ກຸ່ມບຣິກສ໌) ກັບປະເທດຕະຫລາດເກີດໃໝ່ ແລະ ປະເທດກຳລັງພັດທະນາ ຢູ່ເມືອງເຊ້ຍເໝິນ ທາງຕາເວັນອອກສຽງໃຕ້ຂອງປະເທດ.
ປະທານປະເທດ ສີຈິ້ນຜິງ ກ່າວວ່າ: ກຸ່ມປະເທດຕະຫລາດເກີດໃໝ່ ແລະ ປະເທດກຳລັງພັດທະນາເປັນແຮງຂັບເຄື່ອນສຳຄັນຕໍ່ການຂະຫຍາຍຕົວຂອງເສດຖະກິດໂລກ ແລະ ກ່າວວ່າ: ແຕ່ລະປະເທດຕ້ອງຊ່ວຍກັນສ້າງລະບົບເສດຖະກິດແບບເປີດຜ່ານການເຮັດວຽກຮ່ວມກັນຢ່າງໃກ້ຊິດ. ທັງນີ້ ເສດຖະກິດໂລກມີທ່າອ່ຽງດີຂຶ້ນ, ການຄ້າ ແລະ ການລົງທຶນລະຫວ່າງປະເທດລ້ວນເພີ່ມຂຶ້ນ, ແຕ່ໃນຂະນະດຽວກັນ ຄວາມສ່ຽງ ແລະ ຄວາມບໍ່ແນ່ນອນກໍມີເພີ່ມຂຶ້ນເປັນເງົາຕາມຕົວເຊັ່ນກັນ.
ປະທານປະເທດ ສີຈິ້ນຜິງ ອະທິບາຍວ່າ: ການເດີນໜ້າການເຈລະຈາການຄ້າໃນລະດັບພະຫຸພາຄີເຕັມໄປດ້ວຍອຸປະສັກ, ຂະນະທີ່ການເຮັດຂ້ໍຕົກລົງປາຣີກໍຖືກຕໍ່ຕ້ານ, ບາງປະເທດຫັນໄປເບິ່ງແຕ່ຜົນປະໂຫຍດຂອງປະເທດຕົນເອງເປັນຫລັກ ແລະ ຕີຕົນອອກຫ່າງຈາກການໃຫ້ການຮ່ວມມືພັດທະນາສິ່ງຕ່າງໆ. ກ່ອນໜ້ານີ້, ປະທານາທິບໍດີ ໂດນັນ ທຣຳ ຂອງອາເມລິກາ ຮຽກຮ້ອງໃຫ້ມີການທົບທວນເງື່ອນໄຂຂໍ້ຕົກລົງການຄ້າເສລີອາເມລິກາເໜືອ ຫລື NAFTA ບໍ່ສະນັ້ນຂູ່ວ່າ: ອາເມລິກາຈະຖອນຕົວອອກຈາກຂໍ້ຕົກລົງດັ່ງກ່າວ. ນອກຈາກນີ້ ທ່ານຍັງກ່າວວ່າ: ຈະໃຫ້ອາເມລິກາຖອນຕົວອອກຈາກຂໍ້ຕົກລົງວ່າດ້ວຍການປ່ຽນແປງສະພາບອາກາດນຳອີກ.

