ແຈ້ງການເຖິງຫົວໜ່ວຍທຸລະກິດໃຫ້ສົ່ງເອກະສານລາຍງານການເງິນ ປະຈໍາປີ 2022 ບໍ່ກາຍວັນທີ 31 ມີນາ 2023

ວັນທີ 15 ກຸມພາ 2023 ຜ່ານມນີ້ ຫ້ອງການ ກະຊວງການເງິນ ອອກແຈ້ງການ ເຖິງຫົວໜ່ວຍວິສາຫະກິດ ທີ່ຂຶ້ນກັບການຄຸ້ມຄອງຂອງສູນກາງ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ເລື່ອງການສົ່ງເອກະສານລາຍງານການເງິນ ປະຈໍາປີ 2022 ໂດຍມີລາຍລະອຽດ ດັ່ງນີ້:
- ສໍາລັບ ຫົວໜ່ວຍຖືບັນຊີວິສາຫະກິດ ຕ້ອງສົ່ງເອກະສານລາຍງານການເງິນ ປະຈໍາປີ 2022 ຕາມລະບົບ ບັນຊີ ທີ່ກະຊວງການເງິນປະກາດໃຊ້ ພ້ອມດ້ວຍບັນດາເອກະສານຊ້ອນທ້າຍ ຕາມແບບຟອມຂອງກົມ ຄຸ້ມຄອງການບັນຊີ ຈໍານວນ 02 ຊຸດ (ສໍາລັບ ຫົວໜ່ວຍທີ່ດໍາເນີນທຸລະກິດ ກ່ຽວກັບ ຂະແໜງການບໍ່ ແຮ່ ຈໍານວນ 03 ຊຸດ) ເພື່ອຄຸ້ມຄອງ, ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດວຽກງານບັນຊີ ແລະ ອອກໃບຕິດຕາມການຖືບັນຊີ ປະຈໍາປີ 2022. ສໍາລັບ ຫົວໜ່ວຍຖືບັນຊີວິສາຫະກິດ ທີ່ຂຶ້ນກັບການ ຄຸ້ມຄອງຂອງສູນກາງ ແມ່ນໃຫ້ສົ່ງກົມຄຸ້ມຄອງການບັນຊີ ກະຊວງການເງິນ (ພະແນກຄຸ້ມຄອງການບັນຊີ ວິສາຫະກິດ), ຫົວໜ່ວຍວິສາຫະກິດທີ່ຂຶ້ນກັບການຄຸ້ມຄອງຂອງແຂວງ, ນະຄອນຫຼວງ ໃຫ້ສົ່ງກົມຄຸ້ມຄອງການບັນຊີ ກະຊວງການເງິນ ໂທ: 021 453580, 021 213 813 ພະແນກການເງິນ (ຂະແໜງຄຸ້ມຄອງການບັນຊີ) ປະຈໍາແຂວງ, ນະຄອນຫຼວງບໍ່ໃຫ້ກາຍ ວັນທີ 31 ມີນາ 2023.
- ສໍາລັບ ວິສາຫະກິດ ບັນຊີ ແລະ ກວດສອບຕ້ອງສົ່ງເອກະສານລາຍງານການເງິນ ໃຫ້ ປະຕິດັ່ງຄື: 1) ແນກຄຸ້ມ ຄອງການກວດສອບອິດສະລະ ກົມຄຸ້ມຄອງການບັນຊີ ຈໍານວນ 01 ຊຸດ (ຕາມແບບຟອມຂັດຕິດ) ເພື່ອອອກໃບຕິດຕາມການດໍາເນີນທຸລະກິດ ບັນຊີ, ກວດສອບ ປະຈໍາປີ ແລະ 2) ພະແນກຄຸ້ມຄອງການ ບັນຊີວິສາຫະກິດ ກົມຄຸ້ມຄອງການບັນຊີ ຈໍານວນ 01 ຫົວ ເພື່ອອອກໃບຕິດຕາມການຖືບັນຊີ ປະຈໍາປີ;
- ຖ້າຫາກກາຍກໍານົດເວລາ ທີ່ກ່າວມາຂ້າງເທິງນັ້ນ ຂະແໜງຄຸ້ມຄອງການບັນຊີ ຈະປະຕິບັດມາດຕະການ ຕາມທີ່ໄດ້ລະບຸໄວ້ໃນກົດໝາຍວ່າດ້ວຍການບັນຊີ, ກົດໝາຍວ່າດ້ວຍການກວດສອບອິດສະລະ ແລະ ຄໍາແນະນໍາວ່າດ້ວຍການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການບັນຊີ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດ ຕາມແຈ້ງການສະບັບນີ້ ຢ່າງເຂັ້ມງວດ

