ວັນທີ 17 ກຸມພາ 2023 ຜ່ານມານີ້ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງປ້ອງກັນປະເທດ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ພ້ອມຄະນະ ໄດ້ມອບລົດບັນທຸກ 6 ລໍ້ 18 ຄັນ ພ້ອມອາໄຫລ່ລົດບັນທຸກ 18 ຊຸດ ໃຫ້ບັນດາແຂວງ (ແຂວງລະ 1 ຄັນ) ແລະ ນະຄອນ ຫລວງວຽງຈັນ ເພື່ອຮັບໃຊ້ເຂົາໃນວຽກງານການຕອບໂຕ້ໄພພິບັດສຸກເສີນ, ເຊິ່ງພິທີມອບ-ຮັບ ໄດ້ຈັດຂຶ້ນ ໃນໂອກາດໄຂກອງປະຊຸມຄະນະກຳມະການຄຸ້ມຄອງໄພພິບັດທົ່ວປະເທດ ປະຈຳປີ 2022.
ທ່ານ ນາງ ວິມາລາ ຄູນທະລັງສີ ຫົວໜ້າພະແນກຄວບຄຸມ ແລະ ຟື້ນຟູຫລັງໄພພິບັດ, ກົມສັງຄົມສົງເຄາະ, ກອງເລຂາຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ໃຫ້ຮູ້ວ່າ: ລົດບັນທຸກທີ່ນຳມາມອບຄັ້ງນີ້ພາຍໃຕ້ໂຄງການຊ່ວຍເຫລືອນອກໂຄງການ, ເປັນໂຄງການຊ່ວຍເຫລືອລ້າຈາກລັດຖະ ບານຍີ່ປຸ່ນ ເຊິ່ງໂຄງການດັ່ງກ່າວນີ້ ແມ່ນປະຕິບັດຕາມ ເອກະ ສານໂຄງການ ແລກປ່ຽນລະຫວ່າງລັດຖະບານ ສປປ ລາວ ແລະ ສະຖານທູດ ຍີ່ປຸ່ນປະຈຳ ສປປ ລາວ ສະບັບລົງວັນທີ 23 ທັນວາ 2019 ທີ່ໄດ້ມີການມອບໃຫ້ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ຕາງໜ້າລັດຖະບານ ລົງນາມຮັບເອົາການຊ່ວຍເຫລືອ ໂດຍກົມສັງຄົມສົງເຄາະໃນນາມຕາງໜ້າກະຊວງ ຮສສ ປະສານສົມທົບກັບ ບໍລິສັດ ຄາວຣ (Crown Agents) ເຊິ່ງເປັນບໍລິສັດທີ່ລັດຖະບານຍີ່ປຸ່ນ ມອບໝາຍໃຫ້ເປັນຜູ້ຕາງໜ້າລັດຖະບານຍີ່ປຸ່ນ ໃນການຈັດຊື້ ພາຫະນະ-ອຸປະກອນ ກຽມພ້ອມ ແລະ ຕອບໂຕ້ໄພພິບັດ ໃນມູນຄ່າ 1 ຕື້ເຢນ ນີ້ ຕາມແຜນເອກະພາບກັນ ແມ່ນ ໄດ້ຈັດຊື້້ພາຫະນະ ແລະ ອຸປະກອນເຊັ່ນ: ລົດກະບະໂຟວິນ 20 ຄັນ ພ້ອມ ອາໄຫລ່ລົດກະບະ 20 ຊຸດ; ລົດບັນທຸກເຄື່ອງຊ່ວຍເຫຼືອ 6 ລໍ້ 18 ຄັນ ພ້ອມອາໄຫລ່ລົດບັນທຸກ 18 ຊຸດ ແມ່ນມອບໃຫ້ບັນດາແຂວງ ແລະ ນະຄອນຫລວງ; ລົດໂຮງໝໍ ໂຟວິນ (4WD Ambulance) 10 ຄັນ ພ້ອມອາໄຫລ່ລົດໂຮງໝໍ 6 ຊຸດ (ລົດນີ້ ແມ່ນຈະໄດ້ມອບໃຫ້ທາງກະຊວງສາທາ ແລະ ກະຊວງປ້ອງກັນປະເທດ).
ພ້ອມກັນນີ້, ຍັງມີລົດບັນທຸກຕິດເຄື່ອງຕອງນໍ້າ 3 ຄັນ, ພ້ອມອາໄຫລ່ສໍາຮອງເຄື່ອງຕອງນໍ້າ 2 ຊຸດ ແລະ ເຄື່ອງກອງນໍ້າແບບຄົວເຮືອນ 300 ອັນ, ພ້ອມ ໄສ້ຕອງນໍ້າສໍາຮອງ 600 ຊຸດ (ຈະໄດ້ມອບໃຫ້ກະຊວງສາທາລະນະສຸກ); ລົດໂຟກລິບ (Folk lift) 2 ຄັນ ພ້ອມອາໄຫລ່ 2 ຊຸດ; ເຕັ້ນຊຸມຊົນ 30 ດາງ ພ້ອມອາໄຫລ່ 30 ຊຸດ; ຜ້າບັດ 200 ອັນ; ເຕັ້ນຄອບຄົວ 300 ດາງ ພ້ອມອາໄຫລ່ເຕັ້ນ 300 ຊຸດ (ມອບປະຈໍາຢູ່ສາງຫລັກ 17 ຂອງກະຊວງ ຮສສ ); ເຮືອກູ້ໄພ 100 ລໍາ ພ້ອມອາໄຫລ່ 100 ຊຸດ; ຈັກຕິດທ້າຍເຮືອ 100 ຊຸດ ແລະ ລໍ້ລາກເຮືອ 52 ຄັນ (ມອບໃຫ້ກະຊວງປ້ອງກັນປະເທດ); ລົດຈັກ (Off- Road Motorcycle) 10 ຄັນ (ມອບກະຊວງແຮງງານ ແລະ ສະຫວັດດີການສັງຄົມ).
ບັນດາພາຫະນະ ແລະ ອຸປະກອນດັ່ງກ່າວ, ແມ່ນຢູ່ໃນຂະບວນ ຈັດຊື້້ ແລະ ນໍາເຂົ້າຂອງລັດ ຖະບານຍີ່ປຸ່ນ, ມີພາຫະນະ ແລະ ອຸປະກອນບາງອັນແມ່ນໃນການສໍາເລັດນໍາເຂົ້າ ແລະ ມອບໃຫ້ພາກ ສ່ວນທີ່ກ່ຽວຂ້ອງແລ້ວ, ຄາດວ່າບັນດາພາຫະນະອຸປະກອນດັ່ງກ່າວນີ້ ຈະສໍາເລັດໃນການມອບພາ ຫະທັງໝົດໃນທ້າຍປີ 2023 ນີ້.