ຊາອຸດິ ອາຣັບບີ ຈະສ້າງເມືອງໃໝ່ ພາຍໃນປີ 2030

ສຳນັກ​ຂ່າວ ຣອຍ​ເຕີ ລາຍງານວັນ​ທີ 17​ ກຸມພາ 2023 ​ນີ້ວ່າ: ຊາ​ອຸ​ດິ ອາຣັບບີ ມີ​ເປົ້າໝາຍສ້າງ​ເມືອງ​ໃໝ່ເປັນ​ມະຫາ​ນະຄອນລະດັບ​ໂລກ ​ແລະ ສ້າງ​ຄວາມ​ຫລາກ​ຫລາຍ​ທາງ​ດ້ານ​ເສດຖະກິດຢູ່​ໃຈກາງນະຄອນຫລວງ ຣີຢາດ (Riyadh) ມູນ​ຄ່າການ​ລົງທຶນ 800 ຕື້​ໂດ​ລາ​ສະຫະລັດໃຫ້​ສຳ​ເລັດພາຍ​ໃນ​ປີ 2030 ​ເພື່ອ​ປັບ​ປຸງ​ປະ​ເທດໃຫ້​ທັນ​ສະ​ໄໝ ​ແລະ ຫລຸດ​ຜ່ອນການເພີ່ງ​ພາລາຍ​ຮັບຈາກ​ການ​ສົ່ງ​ອອກ​ນ້ຳມັນ.
ພາຍຫລັງ​ເຈົ້າຊາຍ ​ໂມ​ຮຳ​ເໝັດ ບິນ ຊັລມານ (Mohammed bin Salman), ມົງກຸດ ລາຊະກຸມານ ແຫ່ງຊາ​ອຸ​ດິ າຣັບບີ ໄດ້ເປີດ​ໂຕບໍລິສັດ ພັດທະນາ “New Murabba” ຈະ​ດຳ​ເນີນ​ ການ​ພັດທະນາໂຄງການນີ້​ເພື່ອ​ສ້າງ​ລະບົບ​ພື້ນຖານ​ໂຄງ​ລ່າງລວມທັງພິພິທະພັນ, ວິທະຍາໄລເຕັກໂນໂລຊີ ແລະ ການອອກແບບ, ໂຮງລະຄອນອະເນກປະສົງລວມທັງສະຖານ​ທີ່ທາງ​ວັດທະນະທຳ ​ແລະ ຮ້ານບັນ​ເທີ​ງ ຫລາຍ​ກວ່າ 80​ແຫ່ງ ກວມ​ເອົາ​ ເນື້ອ​ທີ່ ​ເກືອບ 20 ກິ​ໂລ​ຕາ​ແມັດ ທາງ​ທິດ​ຕາ​ເວັນ​ຕົກ​ສຽງ​ເໜືອ​ ຂອງນະຄອນຫລວງຣີຢັດ ແລະ​ ຈັດ​​ທີ່​ພັກ​ອາ​ໄສ ​ໃຫ້​ແກ່​ຊາວ​ເມືອງ​ຫລາຍ​ແສນ​ຄົນ.
ນອກ​ນີ້ຍັງ​ສ້າງ ວຽກ​ເຮັດ​ງານ​ທຳ​ໂດຍ​ທາງ​ກົງ ​ແລະ ​ທາງ​ອ້ອມປະມານ 334.000 ຕຳ​ແໜ່​ງ ​ແລະ ອາດ​ເພີ່ມ​​ ໂຄງການ​ ລົງທຶນອີກ ​ໃນ​ຕໍ່ໜ້າ.