ປີ 2022 ແຂວງວຽງຈັນມີຄະດີ ພັນກວ່າເລື່ອງ ສ້າງມູນຄ່າເສຍຫາຍຫລາຍກວ່າ 10 ຕຶື້ກີບ

ພັທ ສົມສັກ ໄຊປັນຍາ ຮອງຫົວໜ້າຫ້ອງຕຳຫຼວດ ປກສ ແຂວງ ລາຍງານຕໍ່ກອງປະຊຸມ ສະຫຼຸບວຽກງານປະຈໍາປີ 2022 ແລະ ວາງທິດທາງແຜນການປີ 2023 ວັນທີ 16 ກຸມພາ 2023 ຜ່ານມານີ້ວ່າ: 1 ປີຜ່ານມານີ້ມີຄະດີເກີດຂຶ້ນທັງໝົດ 1.064 ເລື່ອງ, ກັກຕົວຜູ້ຕ້ອງຫາ 774 ຄົນ, (ໃນນີ້ລວມທັງຄະດີອຸບັດເຫດ), ສາມາດມ້າງຄະດີໄດ້ 903 ເລື່ອງ ຜູ້ຕ້ອງຫາ 421 ຄົນ.
- ຄະດີເສດຖະກິດທັງໝົດ 63 ເລື່ອງ, ຕ້ອງຫາ 90 ຄົນ ມູນຄ່າເສຍຫາຍທັງໝົດເງິນກີບ 421.372.000 ກີບ, ເງິນບາດໄທ 3.660.000 ບາດ, ເງິນໂດລາ 1.368.800 ໂດລາ, ເງິນຢວນ 5.716.331 ຢວນ ແລະ ໃບຕາດິນ 3 ຕອນ.
- ຄະດີຢາເສບຕິດ 315 ເລື່ອງ, ກັກຕົວຕ້ອງຫາ 472 ຄົນ ຍິງ 40 ຄົນ, ຢຶດຂອງກາງຢາບ້າໄດ້ 940.096 ເມັດ, ຢາໄອສ 25 ກິໂລກຣາມ, ກັນຊາ 27,74 ກຣາມ, ຢາອີ 65 ເມັດ, ເຮໂຣອິນ 5 ຖົງນ້ອຍ, ລົດໃຫຍ່ 9 ຄັນໂທລະສັບ 209 ເຄື່ອງ, ປືນສັ້ນ 2 ກະບອກ, ໝາກຝ່າ 1ກິໂລ, ເງິນກີບທະນາຄານ 186.454.000 ກີບ, ເງິນບາດໄທ 20.650 ບາດ, ເງິນໂດລາ 304 ໂດລາ, ເງິນຢວນ 103 ຢວນ.
- ພວມດໍາເນີນ 333 ເລື່ອງ, ຜູ້ຖືກຫາ 496 ຄົນ.
- ມີຄະດີຄ້າມະນຸດເກີດຂຶ້ນ 12 ເລື່ອງ ຕ້ອງຫາ 12 ຄົນ, ຍິງ 3 ຄົນ, ຜູ້ຖືກເຄາະຮ້າຍ 13 ຄົນ, ຍິງ 13 ຄົນ,
- ມີອຸບັດເຫດເກີດຂຶ້ນທັງໝົດ 573 ຄັ້ງ, ມີຜູ້ປະສົບອຸບັດເຫດ 925 ຄົນ ຍິງ 218 ຄົນ, ພາຫະນະເປ່ເພທັງໝົດ 021 ຄົນ, ເສຍຊີວິດ 57 ຄົນ, ຍິງ 7 ຄົນ, ມູນຄ່າເສຍຫາຍທັງໝົດ 10.695.000.000 ກີບ
- ມີອັກຄີໄພເກີດຂຶ້ນ 8 ຄັ້ງ ລວມມູນຄ່າເສຍຫາຍ 500.100.000 ກີບ ແລະ ວຽກງານອື່ນໆກໍ່ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ.

