ເຊີ ຈິມ ແຣດຄຣິຟ ເປີດເສິກກັບ ທ່ານ ຊີກ ແຫ່ງກາຕ້າ ເຂົ້າຄອບຄອງ ແມນເຊັສເຕີ ຢູໄນເຕັດ

ມາຕາມນັດອີກໜຶ່ງຄົນສຳລັບການສະເໜີເຂົ້າຄອບຄອງທຸລະກິດຂອງ ແມນເຊັສເຕີ ຢູໄນເຕັດ ເຊິ່ງກໍ່ບໍ່ແມ່ນຄົນອື່ນໄກ ເພາະລາວແມ່ນ ເຊີ ຈິມ ແຣດຄຣິຟ ມະຫາເສດຖີຄົນດັງຂອງອັງກິດ.

The Telegraph ລາຍງານວ່າປະທານແຫ່ງ Ineos ໄດ້ສະເໜີຕົວເຂົ້າມາທັນ ໃນເວລາ 10 ໂມງແລງໃນປະເທດອັງກິດ, ເປັນເວລາປະມານດຽວກັນກັບ ຊີກ ຢາສຊິມ ປະທານທະນາຄານໃຫຍ່ QIB ຂອງກາຕ້າ, ສະເຫນີຕົວເຂົ້າມາເຊັ່ນກັນ.

ແຕ່ບໍ່ມີການຖະແຫລງຢ່າງເປັນທາງການຈາກ ເຊີ ຈິມ ເເຣດຄລີຟ ທີ່ຈະຢືນຢັນວ່າ ມີຄວາມສົນໃຈຢ່າງເຕັມທີ່ໃນການສະເຫນີຊື້ກິດຈະການສະໂມສອນອັນຍິງໃຫຍ່ແຫ່ງເມື່ອງແມນເຊັສເຕີ.