ອັນໂຕນີໂອ ຄອນເຕ ງົດຄຸມສະເປີແບບບໍ່ມີກຳນົດ ຈົນກວ່າຮ່າງກາຍຈະຟື້ນສົມບູນ

ອັນໂຕນີໂອ ຄອນເຕ ຈະບໍ່ຄຸມທັອດແນມ ຮັອດສະເປີ ທີ່ຂ້າງສະໜາມແບບບໍ່ມີກຳນົດ ຈົນກວ່າຕົນຈະພັກຟື້ນຮ່າງກາຍ ໃຫ້ເຊົາເຕັມທີ່ ຫລັງຫາກໍຜ່າຕັດບີໄປເມື່ອບໍ່ດົນມານີ້.
ສຳລັບ ຄອນເຕ ຫາກໍເຂົ້າຮັບການຜ່າຕັດດັ່ງກ່າວໄປເມື່ອ 2 ອາທິດທີ່ຜ່ານມາ ຈາກນັ້ນກັບມາຄຸມທີມເກມພຣີເມຍລີກ ທີ່ສະເປີເສຍໃຫ້ ເລສເຕີ ຊິຕີ 1-4 ຕໍ່ດ້ວຍເກມ ຢູຟາ ແຊ໊ມປຽນ ລີກ ທີ່ເສຍໃຫ້ ເອຊີ ມິລານ 0-1.
ຫລ້າສຸດ ຄອນເຕ ເຜີຍຜ່ານອິນສະຕາແກຣມວ່າ : “ ຂ້ອຍປະເມີນຂັ້ນຕອນຕຳ່ເກີນໄປ ຂ້ອຍກັບມາໄວເກີນໄປດ້ວຍຄວາມ ຮູ້ສຶກຮັບຜິດຊອບຕໍ່ສະໂມສອນ, ນັກເຕະ, ທີມງານ ແລະ ແຟນບານ ຮ່າງກາຍຂ້ອຍບໍ່ສາມາດຮັບພາລະໄດ້ໄຫວ ຕອນນີ້ຂ້ອຍ ຈຳເປັນຕ້ອງຢຸດພັກງານເພື່ອຟື້ນຕົວໃຫ້ເຊົາ ”.
ສ່ວນທາງ ສະໂມສອນເອງ ບໍ່ໄດ້ຊີ້ແຈງວ່າ ຄອນເຕ ຈະຕ້ອງໃຊ້ເວລາພັກຟື້ນຮ່າງກາຍອີກດົນພຽງໃດ ແຕ່ລາຍງານຈາກສຳ ນັກຂ່າວລະບຸວ່າ ຜູ້ຈັດການທີອີຕາລີ ອາຍຸ 53 ປີ ອາດຕ້ອງພັກ ເຖິງ 2 ເດືອນກໍເປັນໄດ້.

