ສປປ ລາວ ສາມາດສ້າງຄອບຄົວພົ້ນທຸກໄດ້ 27.163 ຄອບຄົວ ແລະ ຍັງມີຄອບຄົວທຸກຍາກ 34.000 ກວ່າຄອບຄົວ

ບົດສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດແຜນພັດທະນາວຽກງານກະສິກຳ ປ່າໄມ້ ແລະ ພັດທະນາຊົນນະບົດ ສະເພາະແຜນງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ປະຈຳປີ 2022 ຜ່ານມາຂອງກະຊວງກະສິກຳ ແລະ ປ່າໄມ້ ໃຫ້ຮູ້ວ່າ ຜ່ານການຈັດຕັ້ງປະຕິບັດແຜນພັດທະນາດັ່ງກ່າວ ເຫັນວ່າປະຊາຊົນຢູ່ເຂດຊົນນະບົດ ເຂດຫ່າງໄກສອກຫຼີກ ເຂດພື້ນຖານການປະຕິບັດແບບເກົ່າ ບາງດ້ານໄດ້ຮັບການພັດທະນາຂຶ້ນ ລະດັບຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງຍົກລະດັບຂຶ້ນເທື່ອລະກ້າວ ເຊິ່ງຜ່ານການເກັບກຳຂໍ້ມູນຕາມດຳລັດ 348/ລບ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ການຈັດຕັ້ງປະຕິບັດ 4 ຄາດໝາຍພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຕາມມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 41/ສພຊ ກຳນົດ ໂດຍລວມແມ່ນມີຄວາມຄືບໜ້າ ແລະ ບັນລຸໄດ້ຕາມຄາດໝາຍທີ່ວາງໄວ້.
ມາຮອດປັດຈຸບັນລາວເຮົາ ສາມາດສ້າງຄອບຄົວພົ້ນທຸກໄດ້ 27.163 ຄອບຄົວ ເທົ່າກັບ 88,61% ຂອງແຜນການ ມີຄອບຄົວບໍ່ພົ້ນທຸກ 34.007 ຄອບຄົວ ສ້າງບ້ານພົ້ນທຸກໄດ້ 182 ບ້ານ ເທົ່າກັບ 39,05% ຂອງແຜນການ ມີບ້ານບໍ່ພົ້ນທຸກ 3.183 ບ້ານ ສ້າງເມືອງພົ້ນທຸກໄດ້ 6 ເມືອງ ເທົ່າກັບ 50% ຂອງແຜນການ ໃນນີ້ມີ 3 ເມືອງທີ່ບັນລຸຕາມຄາດໝາຍສູ້ຊົນກໍານົດຄື: ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ເມືອງນໍ້າບາກ ແຂວງຫຼວງພະບາງ ເມືອງຄູນຄຳ ແຂວງຄຳມ່ວນ ແລະ ມີ 3 ເມືອງທີ່ບໍ່ນອນໃນຄາດໝາຍກໍານົດຄື: ເມືອງບຸນເໜືອ ແຂວງຜົ້ງສາລີ ເມືອງຍົມມະລາດ ເມືອງຫີນບູນແຂວງຄຳມ່ວນ ປັດຈຸບັນທົ່ວປະເທດມີເມືອງພົ້ນທຸກ 60 ເມືອງ ເທົ່າກັບ 40,54% ຂອງຈໍານວນເມືອງທັງໝົດໃນທົ່ວປະເທດ.
ສາມາດສ້າງຄອບຄົວພັດທະນາໄດ້ 25.778 ຄອບຄົວ ເທົ່າກັບ 69,94% ຂອງແຜນການ ແລະ ປັດຈຸບັນມີຄອບຄົວພັດທະນາ 787.702 ຄອບຄົວ ສ້າງບ້ານພັດທະນາໄດ້ 220 ບ້ານ ເທົ່າກັບ 33,18% ຂອງແຜນການ ທົ່ວປະເທດມີບ້ານພັດທະນາທັງໝົດ 1.229 ບ້ານ ເທົ່າກັບ 14,63% ຂອງຈຳນວນບ້ານທັງໝົດ 8.395 ບ້ານໃນທົ່ວປະເທດ ສາມາດສ້າງຕົວແບບບ້ານໃຫຍ່ກາຍເປັນຕົວເມືອງໃນຊົນນະບົດ ໄດ້ 8 ບ້ານ ລື່ນແຜນ 5 ບ້ານ (ແຜນການ 3 ບ້ານ) ມາຮອດປັດຈຸບັນ ມີບ້ານໃຫຍ່ເປັນຕົວເມືອງໃນຊົນນະບົດ 24 ບ້ານ.
ຂ່າວ: ໜັງສືພິມວຽງຈັນໃໝ່

