10 ຄຸນປະໂຫຍດດີໆຈາກການຈະເລີນສະຕິ

ການຈະເລີນສະຕິກໍແມ່ນການບໍລິຫານຈິດ ເຊິ່ງການບໍລິຫານຈິດນີ້ຈະສົ່ງເສີມໃຫ້ມີການປ່ຽນແປງໃນທາງທີ່ດີຂອງໂຄງສ້າງສະໝອງ ມີຜົນໃຫ້ການພັດທະນາຈິດໃຈດີຂຶ້ນໄປນຳ ແລະ ຍັງມີຄຸນປະໂຫຍດອື່ນອີກໄດ້ແກ່ :
- ເຮັດໃຫ້ສຸຂະພາບຈິດດີຂຶ້ນ ສາມາດຈັດການກັບຄວາມເຄັ່ງຄຽດໄດ້ ແລະ ມີຄວາມສະຫງົບຮົ່ມເຢັນຫລາຍຂຶ້ນ.
- ຄວາມຈື່ຈຳດີຂຶ້ນ, ຮຽນຮູ້ສິ່ງຕ່າງໆໄດ້ຫລາຍຂຶ້ນ.
- ມີໃຈທີ່ເປັນອິດສະລະ, ບໍ່ຍຶດຕິດ, ເປັນກາງ ແລະ ປາສະຈາກອັກຄະຕິ.
- ມີສະມາທິໃນການເຮັດວຽກຫລາຍຂຶ້ນ.
- ເຫັນອົກເຫັນໃຈຜູ້ອື່ນຫລາຍຂຶ້ນ, ມີຄວາມເຂົ້າໃຈ ແລະ ໃຫ້ການຊ່ວຍເຫລືອເກື້ອກູນຜູ້ອື່ນ.
- ເພີ່ມລະດັບຂອງພູມຕ້ານທານພະຍາດ, ປ້ອງກັນ ແລະ ຫລຸດຄວາມເຈັບປ່ວຍຕ່າງໆໄດ້.
- ເຮັດໃຫ້ຈິດໃຈເຂັ້ມແຂງຂຶ້ນ, ພະເຊີນກັບບັນຫາຕ່າງໆໃນຊີວິດໄດ້ຢ່າງກ້າຫານ, ມີສະຕິປັນຍາຮູ້ເທົ່າທັນໂຕເອງ, ຍອມຮັບ ເຫດຮ້າຍທີ່ເກີດຂຶ້ນຢ່າງສະຫງົບເຢັນ ແລະ ມີສະຕິໃນການຈັດການກັບບັນຫາຕ່າງໆໄດ້.
- ເຮັດໃຫ້ຮ່າງກາຍຟື້ນຟູໄດ້ໄວຂຶ້ນ.
- ມີສະຕິ ແລະ ບໍ່ປະໝາດກັບການໃຊ້ຊີວິດ.
- ສາມາດນຳມາບຳບັດພະຍາດທາງຈິດໄດ້ ບໍ່ວ່າຈະເປັນອາການຊຶມເສົ້າ, ຄວາມວິຕົກກັງວົນ, ຄວາມເຄັ່ງຄຽດ ແລະ ພະຍາດທາງກາຍທີ່ເກີດຈາກຈິດ ເຊັ່ນ : ອາການປວດຊຳ້ເຮື້ອ ເປັນຕົ້ນ.

