ປະທານສະພາແຫ່ງຊາດ ເນັ້ນໃຫ້ເອົາໃຈໃສ່ກວດກາການດໍາເນີນຄະດີອາຍາ ຮັບປະກັນຄວາມເດັດຂາດ-ໂປ່ງໄສ ແລະ ເປັນມືອາຊີບ

ວັນທີ 14 ກຸມພາ 2023, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ຮັບຟັງການລາຍງານຈາກທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຕໍ່ຜົນສຳເລັດກອງປະຊຸມວຽກງານຕິດຕາມກວດກາການດໍາເນີນຄະດີອາຍາ ທົ່ວປະເທດຄັ້ງທີ I, ການຈັດຕັ້ງປະຕິບັດຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ພິທີມອບບັດພະນັກງານໄອຍະການປະຊາຊົນ ແຫ່ງ ສປປ ລາວ ຂອງອົງການໄອຍະການປະຊາຊົນ, ໂດຍທ່ານ ປະທານສະພາແຫ່ງຊາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນສຳເລັດຂອງອົງການໄອຍະການປະຊາຊົນ ໃນການຕິດຕາມກວດກາການດຳເນີນຄະດີອາຍາ ແລະ ການປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ.
ພ້ອມທັງເນັ້ນໃຫ້ຕ້ອງສຸມໃສ່ວຽກປັບປຸງກົງຈັກການຈັດຕັ້ງ ແລະ ກໍ່ສ້າງພັກ-ພະນັກງານ, ເອົາໃຈໃສ່ຕື່ມໃນການສຶກສາອົບຮົມການເມືອງ-ແນວຄິດ, ຄຸນທາດການເມືອງ, ເອົາໃຈໃສ່ກໍ່ສ້າງພະນັກງານໄອຍະການປະຊາຊົນ ຕິດພັນກັບການສ້າງຂະບວນການວຽກດີຄົນເດັ່ນຕາມຄໍາຂວັນ 3 ມີ 4 ຮັບປະກັນ ແລະ ຕາມມາດຕະຖານ ທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍ ພະນັກງານ-ລັດຖະກອນ; ເພີ່ມທະວີການຕິດຕາມກວດ ກາການປະຕິບັດກົດໝາຍ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານ ໂດຍຜັນຂະຫຍາຍເນື້ອໃນມະຕິສະບັບເລກທີ 037/ຄບສພ ວ່າດ້ວຍການຍົກສູງປະສິດທິພາບຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍ ແລະ ມະຕິສະບັບເລກທີ 112 ຂອງກົມການເມືອງສູນກາງພັກ ວ່າດ້ວຍການຍົກສູງຄຸນນະພາບການດຳເນີນຄະດີຕາມຂະບວນການຍຸຕິທຳ, ປະຕິບັດການໂຕ້ຖຽງ, ໂຕ້ແຍ່ງໃນທີ່ປະຊຸມສານຢ່າງມີປະສິດທິຜົນ; ສືບຕໍ່ສ້າງກົນໄກປະສານງານ ລະຫວ່າງ ອົງການໄອຍະການປະຊາຊົນ, ອົງການສືບ ສວນ-ສອບສວນ ແລະ ສານປະຊາຊົນ ຂັ້ນທ້ອງຖິ່ນໃນຂອບເຂດທົ່ວປະເທດໃຫ້ສໍາເລັດ; ສືບຕໍ່ຈັດຕັ້ງຜັນຂະຫຍາຍຄໍາສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 02/ກມສພ, ມະຕິສະບັບເລກທີ 04/ສພຊ ຂອງສະພາແຫ່ງຊາດ, ຄໍາສັ່ງຂອງທ່ານນາຍົກ ລັດຖະມົນຕີ ສະບັບເລກທີ 19/ນຍ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ໃຫ້ຮັບປະກັນ 3 ຫລັກການຕົ້ນຕໍຂອງການຈັດຕັ້ງປະຕິບັດວາລະແຫ່ງຊາດຄື: ຄວາມເດັດຂາດ, ຄວາມໂປ່ງໄສ ແລະ ຄວາມເປັນມືອາຊີບ; ຕັ້ງໜ້າປະຕິບັດແນວທາງການຕ່າງປະເທດຂອງພັກ ແລະ ລັດ ຢ່າງເປັນເຈົ້າການ ແລະ ມີຜົນສໍາເລັດຕົວຈິງ ໂດຍຮັບປະກັນຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ, ເປີດກວ້າງການພົວພັນຮ່ວມມືກັບປະເທດອື່ນໆ ກໍຄື ອົງການຈັດຕັ້ງສາກົນ ເພື່ອຍາດແຍ່ງບົດຮຽນ, ເຕັກນິກ, ເຕັກໂນໂລຊີ ແລະ ທຶນຮອນມາພັດທະນາວຽກງານໄອຍະການໃຫ້ກ້າວໜ້າ ແລະ ທັນສະໄໝ; ສືບຕໍ່ປັບປຸງແບບແຜນ ແລະ ວິທີການນໍາພາຂອງພັກ ຕໍ່ວຽກງານໄອຍະການ.
ນອກນີ້, ກໍໃຫ້ລົງເລິກປັບປຸງຮາກຖານການເມືອງ ຢູ່ໃນແຕ່ລະໜ່ວຍພັກ, ຢູ່ໃນແຕ່ລະກົມກອງຂອງອົງການໄອຍະການປະຊາຊົນ, ຄົ້ນຄວ້າມາດຕະການສະກັດກັ້ນຕໍ່ເປົ້າໝາຍທີ່ມີພຶດຕິກໍາລະເມີດກົດໝາຍ ແລະ ລົງວິໄນຕໍ່ຜູ້ລະເມີດ, ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ຈົນສາມາດປະຕິບັດສໍາເລັດໜ້າທີ່ ພັກ ແລະ ລັດມອບໝາຍໃຫ້ຕາມລະດັບຄາດໝາຍທີ່ວາງໄວ້.

