3 ບໍລິສັດເອກະຊົນຕົກລົງຮ່ວມມືພັດທະນາເຂດນິຄົມອຸດສາຫະກຳຫລັກ 21 ນະຄອນຫລວງ

ສາມບໍລິສັດເອກະຊົນພາຍໃນ ແລະ ຕ່າງປະເທດມີກຸ່ມບໍລິສັດ ພົງສະຫວັນ ຈຳກັດ, ບໍລິສັດທີ່ປຶກສາ ສຸບານາ ຈູລອງ ຈຳກັດ ແລະ ບໍລິສັດ ແມ່ຂອງກຣຸບ ຈຳກັດ ຈາກສາທາລະນະລັດສິງກະໂປ, ໄດ້ຕົກລົງຮ່ວມກັນ ເພື່ອສ້າງແຜນແມ່ບົດໂຄງການພັດທະນາເຂດນິຄົມອຸດສາຫະກຳຫລັກ 21 ນະຄອນຫລວງວຽງຈັນ, ໃນເນື້ອທີ່ 1.300 ເຮັກຕາໃຫ້ສໍາເລັດພາຍໃນເວລາ 12 ອາທິດ, ເພື່ອເກັບກຳຂໍ້ມູນ, ສຳຫລວດອອກແບບ ແລະ ສຶກສາຄວາມເປັນໄປໄດ້ໃນການພັດທະນາໂຄງການດັ່ງກ່າວ.
ພິທີລົງນາມການຕົກລົງດັ່ງກ່າວໄດ້ມີຂຶ້ນໃນວັນທີ 1 ກັນຍານີ້, ທີ່ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງນະຄອນຫລວງວຽງຈັນ, ມີທ່ານ ໂດມິນິກ ໂກ ເອກອັກຄະລັດຖະທູດສິງກະໂປ ປະຈຳລາວ ເຂົ້າຮ່ວມນໍາດ້ວຍ.
ໃນເບື້ອງຕົ້ນຈະເນັ້ນໃສ່ສຶກສາຄວາມເປັນໄປໄດ້ໃນເນື້ອທີ່ດິນຈຳນວນ 300 ເຮັກຕາ, ທີ່ຈະດຳເນີນການລົງທຶນ, ໂດຍກຸ່ມບໍລິສັດ ພົງສະຫວັນ ແລະ ອີກ 1.000 ເຮັກຕາ ຈະລົງທຶນຮ່ວມກັບອົງການປົກຄອງນະຄອນຫລວງ ເພື່ອພ້ອມກັນພັດທະນາໃຫ້ສອດຄ່ອງກັບນະໂຍບາຍຂອງລັດລາວກໍຄືນະຄອນຫລວງວຽງຈັນ ເພື່ອແນໃສ່ປະກອບສ່ວນເຮັດໃຫ້ແຜນພັດທະນາເສດຖະກິດ-ສັງຄົມ ແລະ ເປົ້າໝາຍລົບລ້າງຄວາມທຸກຍາກຂອງລັດຖະບານລາວໃນປີ 2020 ໄດ້ຮັບຜົນສຳເລັດ.

