ໂຊຊາ ຍອມຮັບເປັນແຟນບານ ລິເວີພູລ ຫລັງຈາກທີ່ປະຕິເສດມາໂດຍຕະຫລອດ

ໂອເລ ກຸນນາ ໂຊຊາ ອະດີດນັກເຕະ ແລະ ຫົວໜ້າຄູຝຶກສອນຂອງ ແມນເຊັສເຕີ ຢູໄນເຕັດ ຍອມຮັບວ່າລາວເຄີຍເຊຍ ລິເວີພູລ ໃນສະໄໝຍັງເດັກ ເພາະວ່າເປັນທີມທີ່ດີທີ່ສຸດໃນຍຸກນັ້ນ.
ກ່ອນໜ້ານີ້ກໍ່ມີຂ່າວມາຕະຫລອດວ່າ ຄູຝຶກສອນຊາວນໍເວເຄີຍເຊຍ ຫົງແດງ ສະໄໝຍັງເປັນເດັກນ້ອຍ. ແຕ່ກໍ່ປະຕິເສດເລື່ອງດັ່ງກ່າວມາໂດຍຕະຫລອດ ກ່ອນທີ່ຈະຍອມຮັບຄວາມຈິງໃນການສໍາພາດຫລ້າສຸດ.
“ຂ້ອຍອາດຈະໄດ້ຮັບອິດທິພົນຈາກສິ່ງແວດລ້ອມ ເພາະຕອນທີ່ຂ້ອຍເລີ່ມຕິດຕາມບານເຕະ, ພວກເຮົາມີການແຂ່ງຂັນຂອງທຸກໆວັນເສົາໃນນໍເວ ແລະ ແນ່ນອນ ລິເວີພູລ ເປັນທີມທີ່ດີສຸດໃນຊຸມປີ 80,” ໂຊຊາ ກ່າວໃນ podcast ຂອງ James Richardson Kings of Europe.
“ພວກເຂົາມີ ເຄນນີ ດາກຣິສ, ອຽນ ຣັສ, ຕ່າງໆດັ່ງນັ້ນຂ້ອຍຈຶ່ງຕິດຕາມ ລິເວີພູລ ຂ້າພະເຈົ້າເປັນຫນຶ່ງໃນແຟນບານທີ່ຕິດຕາມ ເພາະວ່າພວກເຂົາໄດ້ແຊ້ມທຸກໆຢ່າງ.”
“ມັນຍາກທີ່ຈະເວົ້າເລື່ອງນີ້ໃນຖານະເປັນນັກເຕະຂອງ ແມນເຊັສເຕີ ຢູໄນເຕັດ, ແຕ່ພວກເຂົາເປັນທີມທີ່ດີທີ່ສຸດໃນຊຸມປີ 80”.

