ຮອງປະທານປະເທດຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງວຽງທອງ

ໃນວັນທີ 1 ກັນຍານີ້, ທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງວຽງທອງແຂວງບໍລິຄຳໄຊ, ໂດຍການຕ້ອນຮັບຂອງທ່ານຄະນະນຳແຂວງ ແລະ ປະຊາຊົນດ້ວຍຄວາມອົບອຸ່ນ ແລະ ພາຍຫລັງໄດ້ຮັບຟັງການລາຍງານສະພາບພັດທະນາເສດຖະກິດ-ສັງຄົມຈາກທ່ານເຈົ້າແຂວງແລ້ວ, ທ່ານຮອງປະທານປະເທດ ກໍໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ທີ່ຫ້ອງປະຊຸມສຳນັກງານຫ້ອງວ່າການປົກຄອງເມືອງວຽງທອງ, ໂດຍມີພະນັກງານການນຳຫລັກແຫລ່ງຂອງແຂວງ ແລະ ເມືອງເຂົ້າຮ່ວມເປັນຈຳນວນຫລາຍ.
ທ່ານຮອງປະທານປະເທດ, ໄດ້ເນັ້ນໃຫ້ອົງຄະນະພັກແຂວງ-ອົງຄະນະພັກເມືອງຕະຫລອດຮອດອຳນາດການປົກຄອງທຸກຂັ້ນ ຈົ່ງໄດ້ເພີ່ມທະວີເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຮັດໃຫ້ທົ່ວປວງຊົນມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍດີ ແລະ ເອົາໃຈໃສ່ຄຸ້ມຄອງສຳມະໂນຄົວ, ຕິດຕາມການເຄື່ອນຍ້າຍເຂົ້າ-ອອກຂອງພົນເມືອງໃຫ້ຮັດກຸມ ແລະ ເລັ່ງແກ້ໄຂບັນຫາປະກົດການຫຍໍ້ທໍ້ທາງສັງຄົມ ເປັນຕົ້ນ: ບັນຫາຢາເສບຕິດ ແລະ ອື່ນໆ ເພື່ອຮັບປະກັນໃຫ້ແຂວງມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ ແລະ ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ຈາກນັ້ນ, ທ່ານຍັງໄດ້ໄປພົບປະໂອ້ລົມປະຊາຊົນບ້ານວັງຫີນເມືອງວຽງທອງອີກດ້ວຍ.
ທ່ານເຈົ້າແຂວງບໍລິຄຳໄຊ ໄດ້ລາຍງານຫຍໍ້ກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງໃຫ້ທ່ານຮອງປະທານປະເທດ ໄດ້ຮັບຊາດວ່າ: ໂດຍລວມແລ້ວສະຖຽນລະພາບທາງດ້ານການເມືອງຂອງແຂວງຍັງມີຄວາມໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດສືບຕໍ່ການຂະຫຍາຍຕົວ ແລະ ຄວາມທຸກຍາກນັບມືຖືກຕີຖອຍຄື: ລວມຍອດຜະລິດຕະພັນພາຍໃນ GDP ຂອງແຂວງໃນປີຜ່ານມາບັນລຸ 4.474 ກວ່າຕື້ກີບ, ດ້ວຍອັດຕາການຂະຫຍາຍຕົວ 8%, ໃນນັ້ນຂົງເຂດກະສິກຳ ແລະ ປ່າໄມ້ຂະຫຍາຍຕົວໃນລະດັບ 3,5% ກວມເອົາ 40,2%, ຂົງເຂດອຸດສາຫະກຳ ແລະ ການກໍ່ສ້າງຂະຫຍາຍຕົວໃນລະດັບ 11,02% ກວມເອົາ 31,4%, ຂົງເຂດບໍລິການຂະຫຍາຍຕົວໃນລະດັບ 8,93% ກວມເອົາ 28,4% ຂອງ GDP.

