ເທນ ຮາກ ຍ້ອງ ແຣສຟອດ ຄືໜຶ່ງໃນກອງໜ້າທີ່ດີທີ່ສຸດຂອງຢູໂຣບ

ເອຣິກ ເທນ ຮາກ ເປີດເຜີຍວ່າລາວຮູ້ຢູ່ສະເຫມີວ່າ ມາຄັສ ແຣສຟອດ ຈະສະແດງຜົນງານໄດ້ຢ່າງສຸດໃນລະດູການນີ້ ລວມທັງຍ້ອງຍໍວ່າ ດາວເຕະທີມຊາດອັງກິດຄືໜຶ່ງໃນກອງໜ້າທີ່ດີທີ່ສຸດໃນຢູໂຣບໃນເວລານີ້ນຳອີກ.
ແຣສຟອດ ຍິງປະຕູໄດ້ອີກເທື່ອຫນຶ່ງ ຊ່ວຍ ແມນເຊສເຕີ ຢູໄນເຕັດ ບຸກເອົາຊະນະ ລີດ ຢູໄນເຕັດ 2-0 ເຊິ່ງຕອນນີ້ ລາວຍິງໄປແລ້ວ 21 ປະຕູ ລວມເຖິງ 12 ປະຕູຈາກ 15 ເກມຫລັງສຸດ.
ເມື່ອຖືກຖາມວ່າ ແຣສຟອດ ຄືກອງໜ້າທີ່ດີທີ່ສຸດໃນຢູໂຣບ ຫລື ບໍ່ ເທນ ຮາກ ຕອບວ່າ “ ລາວເປັນຫນຶ່ງໃນນັ້ນຢ່າງແນ່ນອນ ”.
“ ລາວມີທັກສະຄວາມສາມາດ ຂ້ອຍເຊື່ອຫມັ້ນຕົ້ງແຕ່ວິນາທີທຳອິດ ຂ້ອຍຕື່ນເຕັ້ນຫລາຍທີ່ໄດ້ຮ່ວມງານກັບລາວ ແລະ ຄິດວ່າ ໜ້າຈະດຶງສັກກະຍາພາບຈາກລາວໄດ້ຫລາຍກວ່ານີ້ອີກ ”.
“ ລາວມີທັກສະຫລາຍຢ່າງ ແລະມີສັກກະຍາພາບສູງທີ່ຈະພັດທະນາໄດ້ດີກວ່ານີ້ອີກ ເມື່ອລາວສ້າງຜົນງານໄດ້ດີ ລາວກໍຈະຍິງປະ ຕູໄດ້ຫລາຍຂຶ້ນ ເພາະລາວສາມາດຍິງປະຕູໄດ້ດ້ວຍຕີນຊ້າຍ ແລະ ຂວາ ແລະ ການຂຶ້ນຫົວຕຳ ”.
“ ມັນຂຶ້ນຢູ່ກັບກ ບ່ອນນັ້ນນຳອີກ ຕົວຢ່າງທີ່ມັນເກີດຂຶ້ນໃນມື້ນີ້ ຂ້ອຍຄິດວ່ານັ້ນຄືສິ່ງທີ່ຂ້ອຍຢາກອະທິບາຍ ”.

