ແມນຢູ-ເຊລຊີ ເປີດເສິກລ່າຕົວຜູ້ຮັກສາປະຕູ ເບຣນຟອດ ມືກາວຊາວສະເປນເຝົ້າເສົາ

ແມນເຊສເຕີ ຢູໄນເຕັດ ແລະ ເຊລຊີ 2 ສະໂມສອນໃຫຍ່ແຫ່ງ ພຣີເມຍລີກ ອັງກິດ ກຽມເປີດເສິກນອກສະໜາມໄລ່ລ່າຕົວ ດາບິດ ຣາຢາ ມືກາວຊາວສະເປນຂອງສະໂມສອນ ເບຣນຟອດ ໄປເຝົ້າເສົາ ຕາມລາຍງານເມື່ອວັນທີ 11 ກຸມພາທີ່ຜ່ານມາ.

ລາຍງານຂ່າວລະບຸວ່າ ແມນເຊສເຕີ ຢູໄນເຕັດ ແລະ ເຊລຊີ ຕ່າງພວມຈັບຕາສະຖານະການຂອງ ຣາຢາ ຢ່າງໃກ້ຊິດ ຫລັງຈາກຜູ້ຮັກ ສາປະຕູ 27 ປີ ສະແດງຜົນງານຮັກສາປະຕູໃຫ້ກັບ ເບຣນຟອດ ໃນລະດູການນີໄດ້ຢ່າງດີເດ່ັນ ແລະ ໄດ້ຮັບຄຳຍ້ອງຍໍຢ່າງຫລາຍ.

ເອຣິກ ເທນ ຮາກ ຜູ້ຈັດການທີມ ແມນເຊສເຕີ ຢູໄນເຕັດ ຕ້ອງການຜູ້ຮັກສາປະຕູຄົນໃຫມ່ເຂົ້າມາແທນທີ່ ດາບິດ ເດ ເຄອາ ຜູ້ຮັກສາປະຕູຊາວສະເປນທີ່ຕົກເປັນຂ່າວຍ້າຍສະໂມສອນມາໂດຍຕະຫລອດ.

ຂະນະທີ່ ເກຮແຮມ ພັອດເຕີ ຜູ້ຈັດການທີມເຊລຊີ ກໍຊອກຫາມື 1 ຄົນໃຫມ່ທີ່ມີຜົນງານສະຫມ່ຳສະເຫມີເຂົ້າມາແທນທີ 2 ຜູ້ຮັກສາປະຕູຢ່າງ ເກປາ ອາຣີຊາບາລາກ້າ ແລະ ເອດູອາດ ເມນດີ ທີ່ໃກ້ຈະຖືກປ່ອຍຕົວອອກຈາກທີມໃນລະດູການນີ້.

ສຳລັບ ຣາຢາ ເຫລືອສັນຍາກັບ ເບຣນຟອດ ເຖິງປີ 2024 ໂດຍມີຄ່າຕົວປະມານ 22 ລ້ານປອນ.