ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຊັນປຶ້ມໄວ້ອາໄລ ຕໍ່ເຫດການແຜນດິນໄຫວຮຸນແຮງ ທີ່ປະເທດຕວັກກີ

ວັນທີ 9 ກຸມພາ 2023,  ທ່ານ ບຸນເຫລືອ ພັນດານຸວົງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະ ແລະ ຕາງໜ້າກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມເຊັນປຶ້ມໄວ້ອາໄລ ຕໍ່ເຫດການແຜ່ນດິນໄຫວ ຢູ່ ແຂວງກາຊຽນເທັບ, ປະເທດ ຕວັກກີ ເຊິ່ງເນື້ອໃນມີດັ່ງນີ້:

ພວກຂ້າພະເຈົ້າ ຮູ້ສຶກໂສກເສົ້າເສຍໃຈທີ່ຮັບຊາບກ່ຽວກັບເຫດການແຜ່ນດິນໄຫວທີ່ຮຸນແຮງທີ່ໄດ້ເກີດຂຶ້ນຢູ່ ແຂວງກາຊຽນເທັບ ຂອງ ຕວັກກີ, ໃນວັນທີ 6 ກຸມພາ 2023. ໂດຍຕາງໜ້າໃຫ້ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫລົດໃຈຢ່າງສຸດຊຶ້ງ ແລະ ສະແດງຄວາມເຫັນໃຈຢ່າງເລິກເຊິ່ງ ມາຍັງທ່ານທູດ, ແລະ ຜ່ານທ່ານທູດ ໄປຍັງລັດຖະບານ ແລະ ປະຊາຊົນ ສາທາລະນະລັດຕວັກກີ, ໂດຍສະເພາະ ແມ່ນຄອບຄົວຂອງຜູ້ປະສົບເຄາະຮ້າຍຈາກຜົນກະທົບຂອງໄພພິບັດທຳມະຊາດທີ່ຮຸນແຮງນີ້.

อาจเป็นรูปภาพของ 7 คน และ ผู้คนกำลังยืน

ຂ້າພະເຈົ້າເຊື່ອໜັ້ນວ່າ ດ້ວຍຄວາມປີຊາສາມາດຂອງການນຳພາ ແລະ ຄວາມພະຍາຍາມຢ່າງເຕັມທີ່ຂອງລັດຖະບານ, ປະຊາຊົນ ຕວັກກີ ຈະສາມາດຜ່ານຜ່າໄພພິບັດທຳມະຊາດນີ້ໄດ້ ແລະ ຟື້ນຟູພື້ນທີ່ ທີ່ໄດ້ຮັບຜົນກະທົບ ໃຫ້ກັບຄືນສູ່ສະພາບປົກກະຕິໄດ້ໂດຍໄວ.

ຂໍໃຫ້ດວງວິນຍານ ປະຊາຊົນຕວັກກີ ຜູ້ທີ່ໄດ້ຮັບເຄາະຮ້າຍ ຈົ່ງໄປສູ່ສຸຂະຕິດ້ວຍເຖີດ.