ປະທານປະເທດ ເນັ້ນໃຫ້ສານປະຊາຊົນສູງສຸດສືບຕໍ່ເອົາໃຈໃສ່ແກ້ໄຂ 8 ບັນຫາສຳຄັນ

ໃນໂອກາດເຂົ້າຮ່ວມກອງປະຊຸມສະຫລຸບການເຄື່ອນໄຫວວຽກງານປະຈຳປີ 2022 ແລະ ທິດທາງແຜນການປະຈຳປີ 2023 ຂອງສານປະຊາຊົນສູງສຸດ ພາຍໃຕ້ຫົວຂໍ້: ຍົກສູງປະສິດທິພາບການດຳເນີນຄະດີຢູ່ສານປະຊາຊົນໃນເງື່ອນໄຂໃໝ່ມີຄວາມໂປ່ງໃສ, ສິ້ນສຸດຕາມກົດໝາຍ ແລະ ຮັບປະກັນຄວາມຍຸຕິທຳຕາມຄຳຂວັນ 3 ປ: ໂປ່ງໃສ, ເປັນເອກະລາດ, ເປັນທຳ ໃນວັນທີ 9-10 ກຸມພາ 2023, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ມີຄຳເຫັນໂອ້ລົມສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຄະນະພັກ-ຄະນະນຳ, ຜູ້ພິພາກສາຕະຫລອດເຖິງພະນັກງານ-ລັດຖະກອນຂອງສານປະຊາຊົນທົ່ວປະເທດ ຍາມໃດກໍໄດ້ຕັ້ງໜ້າບຸກບືນ, ສຸມທຸກສະຕິບັນຍາ, ເຫື່ອແຮງ ແລະ ມີຄວາມຮັບຜິດຊອບສູງ ໃນການປະຕິບັດໜ້າທີ່ໃນການປົກປ້ອງກົດໝາຍໃຫ້ມີຄວາມສັກສິດ, ເຂັ້ມງວດ ແລະ ຍຸຕິທຳ ມີຜົນສຳເລັດເປັນກ້າວໆມາໄລຍະ​ 1 ປີຜ່ານມາ​. ໄປຄຽງຄູ່ກັບຜົນສຳເລັດນັ້ນກໍຍັງມີດ້ານອອ່ນ, ຂໍ້ຄົງຄ້າງ ແລະ ຂໍ້ຈໍາກັດໃນບາງດ້ານທີ່ຕ້ອງໄດ້ສືບຕໍ່ແກ້ໄຂ ແລະ ສານປະຊາຊົນ ຕ້ອງໄດ້ແບກຫາບພາລະກິດອັນໜັກໜ່ວງ ແລະ ສິ່ງທ້າທາຍຫລາຍດ້ານ ເພື່ອໃຫ້ສັງຄົມມີຄວາມຍຸຕິທໍາ, ເພື່ອແກ້ໄຂດ້ານອ່ອນ ແລະ ພັດທະນາລະບົບສານໃຫ້ກ້າວໜ້າ, ທັນສະໄໝ.

ທ່ານ ປະທານປະເທດ ໄດ້ເນັ້ນໃຫ້ສານປະຊາຊົນເອົາໃຈໃສ່ຕື່ມ 8 ​ບັນຫາສຳຄັນຄື:

  1. ຍົກສູງບົດບາດການນໍາພາຂອງພັກຢູ່ສານປະຊາຊົນແຕ່ລະຂັ້ນ ເພື່ອເຮັດໃຫ້ການບໍລິຫານສານ,​ ບໍລິຫານຄະດີຢູ່ສານປະຊາຊົນມີຄຸນນະພາບ ແລະ ປະສິດທິພາບສູງໃນເງື່ອນໄຂໃໝ່;
  2. ໃຫ້ອົງຄະນະພັກ,​ ຄະນະປະທານສານປະຊາຊົນສູງສຸດ ແລະ ສານສານປະຊາຊົນທ້ອງຖິ່ນຕ້ອງເພີ່ມທະວີການນໍາພາ-ຊີ້ນໍາຮອບດ້ານ ເພື່ອໃຫ້ການເຄື່ອນໄຫວວຽກງານ ຂອງສານປະຊາຊົນມີບາດກ້າວບຸກທະລຸໃໝ່ທີ່ມີຄຸນນະພາບສູງ, ເປັນທີ່ເຊື່ອຖືຂອງສັງຄົມ, ກໍານົດແຈ້ງພາລະບົດບາດ,​ ສິດ ແລະ ໜ້າທີ່ຂອງສານປະຊາຊົນແຕ່ລະຂັ້ນຢ່າງເໝາະສົມ ແລະ ແທດເໝາະກັບສະພາບຄວາມເປັນຈິງ ເພື່ອຮັບປະກັນໃຫ້ການບໍລິການຮັບໃຊ້ປະຊາຊົນຢ່າງທົ່ວເຖິງ, ການຕັດສິນ, ພິພາກສາຄະດີ ມີຄວາມເຂັ້ມງວດ ແລະ ສັກສິດ;
  3. ເອົາໃຈໃສ່ຄົ້ນຄວ້າສັບຊ້ອນ, ຈັດວາງບຸກຄະລາກອນ ໃສ່ແຕ່ລະການຈັດຕັ້ງໃຫ້ມີຄວາມເໝາະສົມກັບຄວາມຮູ້, ຄວາມສາມາດ ແລະ ພອນສະຫວັນຂອງແຕ່ລະບຸກຄົນ, ໃຫ້ມີຜູ້ທີ່ມີປະສົບການຫລາຍ, ຜູ້ທີ່ໜຸ່ມນ້ອຍ ບໍ່ທັນມີບົດຮຽນຫລາຍປະປົນກັນເພື່ອແລກປ່ຽນບົດຮຽນ, ປະສົບການ ແລະ ພັດທະນາສານປະຊາຊົນໃຫ້ດີຂຶ້ນ;
  4. ເອົາໃຈໃສ່ບໍາລຸງກໍ່ສ້າງພະນັກງານຂອງສານ ໃຫ້ມີຄວາມຮູ້ຄວາມສາມາດ, ຈັນຍາບັນ-ຈັນຍາທໍາ ແລະ ເປັນມືອາຊີບ ໃນການປະຕິບັດໜ້າທີ່ວຽກງານ ໂດຍສະເພາະຜູ້ພິພາກສາທີ່ເປັນຜູ້ຕັດສິນຊີ້ຂາດກ່ຽວກັບຄະດີຖືວ່າມີຄວາມສໍາຄັນຫລາຍ ເພາະການຕັດສິນ, ຊີ້ຂາດດັ່ງກ່າວແຕະຕ້ອງເຖິງຊີວິດ, ສຸຂະພາບ, ອິດສະລະພາບ, ກຽດສັກສີ ແລະ ສິດຜົນປະໂຫຍດຂອງພົນລະເມືອງ;
  5. ເອົາໃຈໃສ່ປັບປຸງກົນໄກ, ແບບແຜນການດໍາເນີນຄະດີ ໃຫ້ມີຄວາມຮັດກຸມ, ເປັນທີ່ເຊື່ອຖືຂອງສັງຄົມ, ຮັບປະກັນໃຫ້ການປະຕິບັດໜ້າທີ່ການເມືອງໄດ້ຢ່າງເຂັ້ມງວດ, ໃຫ້ຄູ່ຄວາມມີຄວາມສະເໝີພາບຕໍ່ໜ້າກົດໝາຍ ແລະ ສານນໍາໃຊ້ກົດໝາຍໃຫ້ຖືກຕ້ອງ, ເປັນທໍາແກ່ຄູ່ຄວາມ, ຮັບປະກັນການດໍາເນີນຄະດີໃຫ້ສິ້ນສຸດຕາມຂະບວນຍຸຕິທໍາ ແລະ ຕ້ອງຮັບປະກັນໃຫ້ໄດ້ 3ປ ຈຶ່ງຈະເຮັດໃຫ້ຜົນການຕັດສິນ, ພິພາກສາຄະດີຂອງສານ ເປັນທີ່ຍອມຮັບ ແລະ ເຊື່ອຖືຈາກສັງຄົມ;
  6. ການຄຸ້ມຄອງບໍລິຫານສານມີຄຸນນະພາບ ແລະ ປະສິດທິພາບສູງ, ຫັນການບໍລິຫານສານເຂົ້າສູ່ທັນສະໄໝເທື່ອລະກ້າວ, ນໍາໃຊ້ເຕັກໂນໂລຊີເຂົ້າໃນການບໍລິຫານສານ ເພື່ອໃຫ້ວ່ອງໄວ, ປະຢັດເວລາ ແລະ ເຂົ້າເຖິງໄດ້ງ່າຍ. ເອົາໃຈໃສ່ສ້າງແຜນການ, ແຜນງົບປະມານໃຫ້ລະອຽດ, ສອດຄ່ອງກັບຕົວຈິງ, ຄົ້ນຄວ້າປະກອບວັດຖຸອຸປະກອນທີ່ເໝາະສົມໃຫ້ສານແຕ່ລະຂັ້ນ ເພື່ອຮັບປະກັນຄວາມປອດໄພໃນເວລາຕັດສິນຄະດີ;
  7. ຍົກສູງປະສິດທິພາບວຽກງານຕິດຕາມກວດກາຢູ່ສານປະຊາຊົນແຕ່ລະຂັ້ນ, ຖືເອົາວຽກງານກວດກາໃຫ້ສຸມໃສ່ເຮັດ 2 ດ້ານໄປພ້ອມກັນຄື: ຕ້ອງເອົາໃຈໃສ່ຕ້ານ ແລະ ສະກັດກັ້ນບໍ່ໃຫ້ມີການປະພຶດ ແລະ ປະຕິບັດໜ້າທີ່ຂອງພະນັກງານສານລະເມີດກົດໝາຍ ໂດຍໃຫ້ຄົ້ນຄວ້າອອກນິຕິກໍາກ່ຽວກັບກົດຈັນຍາບັນ,​ ຫລັກການປະພຶດ, ຂໍ້ຫ້າມ, ມາດຕະການວິໄນຂອງພະນັກງານສານ ແລະ ເອກະສານສຶກສາອົບຮົມການເມືອງແນວຄິດອື່ນ; ເອົາໃຈໃສ່ນໍາພາຄະນະກໍາມະການຕິດຕາມກວດກາປະພຶດ ແລະ ການປະຕິບັດໜ້າທີ່ຂອງຜູ້ພິພາກສາ ຢູ່ສານປະຊາຊົນແຕ່ລະຂັ້ນ ເຮັດວຽກຢ່າງແຂງແຮງ, ຕິດຕາມຫາງສຽງສັງຄົມ, ລົງເລິກຫາງສຽງ ແລະ ເກັບກໍາຂໍ້ມູນຄວາມເປັນຈິງໃຫ້ມີຄວາມຊັດເຈນ, ຫລີກລ່ຽງການໂຈມຕີ, ໃສ່ຮ້າຍປ້າຍສີຂອງຄູ່ຄວາມ ຕໍ່ການແກ້ໄຂຄະດີຂອງສານ, ການນໍາໃຊ້ຊ່ອງວ່າງຂອງກົດໝາຍ, ບໍ່ມີຄວາມໂປ່ງໃສ, ລໍາອຽງ ເຫັນແກ່ພີ່ນ້ອງ, ໝູ່ເພື່ອນ, ຜູ້ລຶ້ງເຄີຍ ຫລື ອື່ນໆ;
  8. ເອົາໃຈໃສ່ປະຕິບັດກົນໄກປະສານສົມທົບກັບອົງການດໍາເນີນຄະດີຕາມຂະບວນຍຸຕິທໍາ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອແກ້ໄຂຄະດີໃຫ້ວ່ອງໄວ, ຖືກຕ້ອງຕາມກົດໝາຍ ແລະ ຄວາມເປັນຈິງ, ສຸມໃສ່ປຶກສາຫາລື ແກ້ໄຂຄະດີທີ່ຄ້າງຄາມາດົນ. ພ້ອມນັ້ນ, ຍັງສືບຕໍ່ເອົາໃຈໃສ່ປະສານສົມທົບຄົ້ນຄວ້າ, ຊອກຫາກົນໄກ ແລະ ວິທີການປະຕິບັດຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ.