ລາວ ແລະ ສ ເກົາຫລີ ຫາລືເພີ່ມທະວີການຮ່ວມມືຢ່າງຮອບດ້ານທາງເສດຖະກິດ-ການຄ້າ

ວັນທີ 9 ກຸມພາ 2023 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ  ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ (ອຄ)  ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ JUNG Yung Soo (ຈອງ ຢອງ ຊູ), ເອກອັກຄະລັດຖະທູດ ​ແຫ່ງ ສ ​ເກົາຫລີ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ເພື່ອປຶກສາຫາລືກ່ຽວກັບການເຄື່ອນໄຫວວຽກງານການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ ເກົາຫລີ ໃນຕໍ່ໜ້າ.

ໂອ​ກາດ​ນີ້, ທ່ານລັດຖະມົນຕີ ໄດ້ສະແດງຄວາມຍິນດີ ແລະ ໂອ້ລົມຕໍ່ ການເສີມຂະຫຍາຍການພົວພັນທີ່ຮັດແໜ້ນຂຶ້ນກວ່າເກົ່າ ຂອງສອງປະເທດ; ພ້ອມທັງປຶກສາຫາລື​ກ່ຽວ​ກັບການສະໜັບສະໜູນປະເທດ ສ ​ເກົາຫລີ ຈະເປັນເຈົ້າພາບຈັດງານວາງສະແດງ EXPO ປີ 2030 ​ແລະ ​ການເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ, ອຸດສາຫະກຳ,  ການລົງທຶນ ແລະ ການພັດທະນາອຸດສາຫະກໍາດິຈີຕອນ ລະຫວ່າງ ສປປ ລາວ ແລະ ສ ເກົາຫລີ ເຊິ່ງປະເທດ ສ ເກົາຫລີ ຖືເປັນຄູ່ຮ່ວມພັດທະນາທີ່ສໍາຄັນຕໍ່ລາວ ແລະ ຜ່ານມາກໍໄດ້ການຊ່ວຍເຫລືອໃນຫລາຍດ້ານເປັນຕົ້ນອົງການ KOICA ໄດ້ຮ່ວມເຮັດວຽກກັບ ກະຊວງ ອຄ ໃນວຽການສົ່ງເສີມການຄ້າ ແລະ ການລົງທຶນ; ການພັດທະນາຊັບພະຍາກອນມະນຸດດ້ານນະວັດຕະກໍາ ທຸລະກິດດີຈິຕອນໃຫ້ແກ່ SMEs ຂອງລາວ ທີ່ໄດ້ເຊັນສັນຍາຮັບໂຄງການຊ່ວຍເຫລືອ ລະຫວ່າງ ກະຊວງ ອຄ ກັບ ອົງການ KOICA ພາຍໃຕ້ໂຄງການ “Project for Developing the Digital Innovative MSME in Lao PDR” ເນັ້ນໃສ່ ສ້າງຫລັກສູດໃຫ້ວິທະຍາໄລການຄ້າ ສອງຫລັກສູດຄື: E-Business ແລະ Digital MSME ເພື່ອໃຫ້ໄດ້ໃນລະດັບປະລິນຍາຕີ, ສ້າງໃຫ້ມີສູນ MSME Digital Innovation Center ພາຍໃຕ້ ກສວ ແລະ ສ້າງໃຫ້ມີບຸກຄະລາກອນໃນລະດັບປະລິນຍາໂທ ແລະ ຊ່ຽວຊານດ້ານ MSME ລວມກັນໃຫ້ໄດ້ຢ່າງໜ້ອຍ 20 ຄົນ ໃນເດືອນ ທັນວາ ປີ 2022; ການຊ່ວຍເຫລືອດ້ານຊັບພະຍາກອນນໍ້າ; ຂະແໜງການກະສິກໍາ; ການສຶກສາຄວາມເປັນໄປໄດ້ໃນການຂະຫຍາຍສະໜາມບິນ ຢູ່ ແຂວງຫລວງພະບາງ; ແຜນການສ້າງເຂື່ອນໄຟຟ້າຢູ່ແຂວງອັດຕະປື ແລະ ອື່ນໆ.

ພ້ອມນີ້ຍັງມີການປຶກສາຫາລື​ກ່ຽວ​ກັບການສະໜັບສະໜູນ ສປປ ລາວ ຈະເປັນເຈົ້າພາບຈັດກອງປະຊຸມ ອາຊຽນ ປີ 2024 ແມ່ນເປັນການ​ຊອກ​ຫາ​ໂອກາດເພື່ອ​ສົ່ງ​ເສີມ ​ແລະ ຂະຫຍາຍ​ການ​ຮ່ວມ​ມືຮອບດ້ານ ທາງ​ດ້ານການຕ່າງປະເທດ, ເສດຖະກິດ, ອຸດສາຫະກຳ ​ແລະ ການ​ຄ້າ, ການລົງທຶນ, ວັດທະນາທໍາ-ສັງຄົມ ​ໃນ​ຕໍ່ໜ້າຂອງສອງປະເທດ.

ໂອກາດດຽວກັນ, ທ່ານ  JUNG Yung Soo (ຈອງ ຢອງ ຊູ) ໄດ້ສະແດງຄວາມຮູ້ສຶກເປັນກຽດ ແລະ ດີໃຈເປັນຢ່າງຍິ່ງ ທີ່ທ່ານລັດຖະມົນຕີໄດ້ໃຫ້ການໂອ້ລົມທີ່ເລິກເຊິ່ງດ້ານວິຊາການ ແລະ ໃຫ້ຄໍາໝັ້ນວ່າໃນຕໍ່ໜ້າຈະໃຫ້ການຮ່ວມມື ແລະ ສະໜັບສະໜູນ ໃນວຽກງານຫລາຍດ້ານ ລະຫວ່າງ ສປປ ລາວ-ສ ເກົາຫລີ ເພື່ອໃຫ້ເກີດຜົນປະໂຫຍດທີ່ດີໃຫ້ແກ່ສອງປະເທດ.