ຜູ້ບັນຊາການຕໍາຫລວດແຫ່ງຊາດໄທ ສັ່ງໃຫ້ຕຳຫລວດ ອອກຣາຊະການ ເນື່ອງຈາກປະລະໜ້າທີ່ຫລາຍກວ່າ 15 ວັນໂດຍບໍ່ມີເຫດຜົນ

ສຳນັກຂ່າວ thairath ລາຍງານວ່າ: ວັນທີ 9 ກຸມພາ 2023 ພົນຕຳຫລວດເອກ ດຳຣົງສັກ ກິດຕິປະພັນ ຜູ້ບັນຊາການຕຳຫລວດແຫ່ງຊາດ ໄດ້ສັ່ງໃຫ້ ຜູ້ບັນຊາການ ສຳນັກງານສົ່ງກຳລັງບຳລຸງ ກວດສອບຂໍ້ເທັດຈິງ ໃນປະເດັນ ທີ່ມີການກ່າວຫາ ພາດພິງ ຕຳຫລວດຄົນໜຶ່ງ ທີ່ກ່ຽວຂ້ອງກັບເວັບພະນັນອອນລາຍມາເກົ້າ 888 ແລະ ປະລະໜ້າທີ່ຣາຊະການ ໂດຍໃຫ້ພິຈາລະນາດຳເນີນການຕາມອຳນາດໜ້າທີ່, ຖ້າຫາກພົບວ່າມີການປະລະໜ້າທີ່ ຫລື ມີການກະທຳຜິດອື່ນ ທີ່ກໍ່ໃຫ້ເກີດຄວາມເສຍຫາຍຕໍ່ຣາຊະການ ຈະດຳເນີນການທາງວິໄນ ແລະ ທາງອາຍາຢ່າງເດັດຂາດ ພ້ອມທັງສັ່ງໃຫ້ອອກຈາກຣາຊະການທັນທີ.
ຫລ້າສຸດ ພົນຕຳຫລວດຕີ ທົງໄຊ ເສລີວັດທະນາ ຜູ້ບັງຄັບການກອງໂຍທາທິການ ໄດ້ລົງນາມໃຫ້ ພັນໂທ ວະສະວັດ ມຸກຄະຣະສະກຸນ ອອກຈາກຣາຊະການໄວ້ກ່ອນ ຈາກກໍລະນີຖືກກ່າວຫາວ່າກະທຳຜິດວິໄນຢ່າງຮ້າຍແຮງ ຈົນຖືກຕັ້ງກຳມະການສອບສວນ ໃນເລື່ອງປະລະໜ້າທີ່ທາງຣາຊະການໂດຍບໍ່ມີເຫດຜົນອັນສົມຄວນເປັນເຫດໃຫ້ເກີດຄວາມເສຍຫາຍແກ່ຣາຊະການຢ່າງຮ້າຍແຮງ ຫລື ປະລະໜ້າທີ່ຣາຊະການຕິດຕໍ່ກັນຫລາຍກວ່າ 15 ວັນໂດຍບໍ່ມີເຫດຜົນອັນສົມຄວນ ຫລື ໂດຍມີພຶດຕິກຳອັນສະແດງເຖິງຄວາມຈົງໃຈບໍ່ປະຕິບັດໜ້າທີ່. ເພື່ອລໍຖ້າຟັງຜົນການສອບສວນພິຈາລະນາທາງວິໄນອື່ນ ເຊິ່ງການໃຫ້ອອກຣາຊະການດັ່ງກ່າວ ມີຜົນຕັ້ງແຕ່ ວັນທີ 9 ກຸມພາ 2023 ເປັນຕົ້ນໄປ .

