ສ.ເກົາຫລີ ຊ້ອມຮົບໃຫຍ່ ຫລັງ ສປປ ເກົາຫລີ ທົດລອງນິວເຄຼຍ
ກອງທັບ ສ.ເກົາຫລີ ເຝິກຊ້ອມຮົບຄັ້ງໃຫຍ່ ລວມທັງການທົດລອງປະສິດທິພາບຂອງລະບົບປ້ອງກັນລູກສອນໄຟ ຫລັງ ສປປ ເກົາຫລີ ທົດລອງລະເບີດນິວເຄຼຍຄັ້ງທີ 6, ສ່ວນອາເມລິກາຂູ່ຢຸດການຮ່ວມມືການຄ້າກັບປະເທດທີ່ຍັງມີການພົວພັນທາງເສດຖະກິດກັບລັດຖະບານພຽງຢາງ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງເຊອຸນ ປະເທດ ສ.ເກົາຫລີ ໃນວັນທີ 4 ກັນຍາວ່າ: ຄະນະເສນາທິການທະຫານຮ່ວມ ສ.ເກົາຫລີ ອອກຖະແຫລງການວ່າ: ກອງທັບບົກ ແລະ ກອງທັບອາກາດປະຕິບັດການເຝິກຊ້ອມຮົບຄັ້ງຍິ່ງໃຫຍ່ຮ່ວມກັນໃນວັນທີ 4 ກັນຍານີ້ ຢູ່ບໍລິເວນທະເລຕາເວັນອອກ ໂດຍການເຝິກຊ້ອມລວມທັງການທົດລອງປະສິດທິພາບຂອງລະບົບປ້ອງກັນລູກສອນໄຟຈາກອາກາດສູ່ພື້ນ ແລະ ການທົດລອງປະສິດທິພາບຂອງລູກສອນໄຟໄລຍະກາງຮາຍອນມູ.
ການເຄື່ອນໄຫວດັ່ງກ່າວຂອງກອງທັບ ສ.ເກົາຫລີ ເກີດຂຶ້ນພຽງ 1 ວັນ ຫລັງ ສປປ ເກົາຫລີ ປະກາດຜົນສຳເລັດໃນການທົດລອງລະເບີດນິວເຄຼຍເປັນຄັ້ງທີ 6 ເຊິ່ງເປັນລະເບີດໄຮໂດຣເຈນທີ່ສາມາດນຳໄປຕິດຕັ້ງເຂົ້າກັບຫົວຮົບຂອງລູກສອນໄຟຂ້າມທະວີບ (ICBM) ໃນອະນາຄົດ. ນອກຈາກນີ້ ການທົດລອງລະເບີດນິວເຄຼຍໃນຄັ້ງນີ້ຍັງຖືເປັນຄັ້ງທີ 4 ແລ້ວໃນສະໄໝຂອງທ່ານ ກິມ ຈອງອິນ ຜູ້ນຳສູງສຸດຮຸ່ນທີ 3 ຂອງລັດຖະບານພຽງຢາງ ໂດຍການທົດລອງລະເບີດນິວເຄຼຍ 3 ຄັ້ງກ່ອນໜ້ານີ້ເກີດຂຶ້ນໃນເດືອນກຸມພາ 2013, ມັງກອນ 2016 ແລະ ເດືອນກັນຍາ 2016.

