ຕຳຫລວດຈະລາຈອນ ປກສ ແຂວງວຽງຈັນ ມອບລົດຈັກຄືນເຈົ້າຂອງເດີມ ຈໍານວນ 2 ຄັນ

ວັນທີ  8 ກຸມພາ 2023 ນີ້, ເຈົ້າໜ້າທີ່ພະແນກຕໍາຫລວດຈະລາຈອນ ຫ້ອງຕໍາຫລວດ ປກສ ແຂວງວຽງຈັນ ໄດ້ມອບລົດຈັກຈໍານວນ 2 ຄັນ  ຄືນເຈົ້າຂອງເດີມ ເຊິ່ງລົດຈັກຈໍານວນດັ່ງກ່າວແມ່ນຖືກຄົນບໍ່ດີລັກໄປໄດ້ຫຼາຍປີແລ້ວ ແຕ່ຍ້ອນຄວາມເອົາໃຈໃສ່ຂອງເຈົ້າໜ້າທີ່ຕໍາຫລວດຈະລາຈອນ ຫ້ອງຕໍາຫລວດ ປກສ ແຂວງວຽງຈັນ ລົງປະຕິບັດໜ້າທີ່ວິຊາສະເພາະຢູ່ຕາມເສັ້ນທາງຈຸດຕ່າງໆ ພົບເຫັນລົດເປົ້າໝາຍທີ່ຕ້ອງສົງໄສ ຈຳນວນ 2 ຄັນ ບໍ່ມີເອກະສານລົດ ຈຶ່ງຂໍອະນຸຍາດກັກລົດ ແລ້ວເອົາມາຮັກສາໄວ້ທີ່ກອງບັນຊາການ ປກສ ແຂວງ ຈາກນັ້ນເຈົ້າໜ້າທີ່ຕໍາຫລວດຈະລາຈອນ ໄດ້ອອກແຈ້ງການຫາເຈົ້າຂອງລົດຈັກຈຳນວນດັ່ງກ່າວ ຕົກມາໃນວັນທີ 27 ມັງກອນ 2023 ໄດ້ມີເຈົ້າຂອງລົດຈັກນໍາເອົາເອກະສານມາຢັ້ງຢືນເອົາລົດຈັກຈຳນວນ 2 ຄັນ ຍີ່ຫໍ້ເວບ 100 ສີຟ້າດໍາ ແລະ ສີປອນເງີນ.

อาจเป็นรูปภาพของ รถจักรยานยนต์ และ กลางแจ้ง

ທ່ານ ພັທ ພູວັນນີ ຫຼິນວັນນະລາດ ຫົວໜ້າພະແນກຕໍາຫລວດຈະລາຈອນ ຫ້ອງຕຳຫລວດ ປກສ ແຂວງວຽງຈັນຍັງໄດ້ຮຽກຮ້ອງໃຫ້ເຈົ້າຂອງຊັບຈົ່ງເອົາໃຈໃສ່ໃນການປົກປັກຮັກສາວັດຖຸສິ່ງຂອງທີ່ມີຄ່າໄວ້ໃຫ້ດີ ເພື່ອບໍ່ໃຫ້ຄົນບໍ່ດີສວຍໂອກາດລັກຊັບຂອງທ່ານ ພ້ອມນັ້ນຍັງໄດ້ຮຽກຮ້ອງໃຫ້ພະນັກງານ, ທະຫານ ,ຕໍາຫລວດ, ຊາວຂາຍຄ້າຂາຍ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ຈົ່ງຊ່ວຍກັນເປັນຫູເປັນຕາໃຫ້ເຈົ້າ ໜ້າທີ່ ແລະ ບໍ່ຄວນຊື້-ຂາຍລົດຈັກ ທີ່ບໍ່ມີເອກະສານຄົບຖ້ວນຢ່າງເດັດຂາດ.