ຮາແລນ ອາດໂບກມືລາທີມ ຫາກ ແມນ ຊິຕີ້ ຖືກລົງໂທດຄະດີລະເມີດກົດການເງິນ ເຜີຍຄວາມສຳພັນກັບ ເປບ ເລີ່ມມີຮອຍແຕກ

ຈາກກໍລະນີທີ່ ແມນເຊັສເຕີ ຊິຕີ້ ໄດ້ລະເມີດກົດລະບຽບການເງິນຫລາຍກວ່າ 100 ຄັ້ງໃນຕະຫລອດ 9 ລະດູການລະຫວ່າງເດືອນກັນຍາ 2009 ຫາ 2017/18 ແລະ ອາດປະເຊີນກັບການລົງໂທດຫັກແຕ້ມຖ້າພວກເຂົາກະທຳຜິດແທ້.
ເມື່ອບໍ່ດົນມານີ້, ໜັງສືພິມ ນາຊີອອງນາລ ຂອງປະເທດສະເປນ ລາຍງານຂ່າວວ່າ ເອລິງ ຮາແລນ ກອງໜ້າທີມຊາດນໍເວ ຂອງ ແມນເຊັສເຕີ ຊິຕີ້ ກໍາລັງພິຈາລະນາທີ່ຈະອອກຈາກຖິ່ນ ເອຕິຮັດ ຖ້າຫາກສະໂມສອນຖືກລົງໂທດ.
ນອກຈາກນີ້ ຄວາມສໍາພັນຂອງ ຮາແລນ ກັບຜູ້ຈັດການ ເປບ ກົວດີໂອລາ ເລີ່ມແຕກຫັກ. ທ່າມກາງບັນຍາກາດທີ່ບໍ່ດີພາຍໃນສະໂມສອນໃນເວລານີ້ ແລະ ຖ້າ ຮາແລນ ຍ້າຍທີມ ສະໂມສອນອັນດັບໜຶ່ງທີ່ໄດ້ໄປຄອງນັ້ນກໍ່ຄື ຣຽວ ມາດຣິດ ນັ້ນເອງ.

