ຕວັກກີ ປະກາດສະຖານະການສຸກເສີນ ເປັນເວລາ 3 ເດືອນ

ວັນ​ທີ 7 ​ກຸມພາ​ 2023, ທ່ານ ​ເຣ​ເຊັບ ເທ​ຢິບ ​ເອີ​ໂດ​ກັນ​ (Recep Tayyip Erdogan), ປະທານາທິບໍດີ ຕວັກກີ ປະກາດ ສະຖານະ​ການ ສຸກເສີນ ເປັນເວລາ 3 ເດືອນ ເຊິ່ງກວມເອົາ 10 ແຂວງ ໃນພາກໃຕ້ ຂອງປະເທດທີ່​ໄດ້ຮັບຄວາມເສຍຫາຍ ຢ່າງໜັກໜ່ວງ ຈາກແຜ່ນດິນໄຫວ ຮ້າຍແຮງຄັ້ງນີ້ເພື່ອເລັ່ງໃຫ້ການຊ່ວຍເຫລືອ ຈາກສູນກາງ ແລະ ທຸກພາກສ່ວນ ​ໃຫ້​​ເຂົ້າ​ເຖິງ​ ​ປະຊາຊົນ ​​ໃນ​ພື້ນ​ທີ່ ​ປະສົບ​ໄພພິບັດ ​ໃຫ້​ໄວ​ທີ່​ສຸດ ​ເນື່ອງ​ຈາກ​ ເຮືອນ​ປະຊາຊົນ ​ແລະ​ ສິ່ງ​ກໍ່ສ້າງ ​​ໄດ້​ຮັບ​ຄວາມ​ເສຍ​ຫາຍ ​ເກືອບ 6.000 ​ແຫ່ງ.ຂະນະນີ້ ເຈົ້າໜ້າທີ່ ທາງການ ປະກາດ ໄວ້ອາໄລ ເປັນເວລາ 7 ວັນ ແລະ ຍັງມີ 45 ປະເທດ ສະເໜີ ໃຫ້ການຊ່ວຍເຫລືອ ຕວັກກີ ຢ່າງຮີບດ່ວນ ໃນດ້ານການກູ້ໄພ ແລະ ຄົ້ນຫາ ຜູ້ສູນຫາຍຈາກເຫດການແຜ່ນດິນໄຫວຮຸນແຮງໃນຄັ້ງນີ້.

ຫລ້າສຸດ ເວລາ 10:00 ນາທີ ຂອງວັນທີ 8 ກຸມພາ 2023 ນີ້່, ມີຈຳນວນຜູ້ເສຍຊີວິດທັງໝົດ 8,394 ຄົນ ບາດເຈັບ 38,985 ຄົນ ໃນນັ້ນ ຕວັກກີ ເສຍຊີວິດ 5,894 ຄົນ, ບາດເຈັບ 34,810 ຄົນ ແລະ ຊີເຣຍ ເສຍຊີວິດ 2,500 ຄົນ, ບາດເຈັບ 4,175 ຄົນ ຄາດວ່າຕົວເລກຈະເພີ່ມຂຶ້ນສູງອີກຢ່າງຕໍ່ເນື່ອງ.