ແກເຣັດ ເບລ ອະດີດນັກເຕະທີມຊາດເວລ ຜົນງານດີ ຕີຈົບ 16 ອັນເດີ ໃນລາຍການ ກ໊ອຟ ພີຈີເອທົວ ຄັ້ງທຳອິດໃນຊີວິດ

ແກເຣັດ ເບລ ອະດີດນັກເຕະຊາວເວລ ແລະ “ລາຊາຊຸດຂາວ” ຣຽວ ມາດຣິດ ສະໂມສອນດັງຂອງ ລາ ລີກາ ສະເປນ ອອກມາເປີດຕົວໃນເສັ້ນທາງອາຊີບໃໝ່ຂອງກິລາກ໊ອຟມືອາຊີບ ໄດ້ຢ່າງໂດດເດັ່ນ ເມື່ອສາມາດຈົບ 16 ອັນເດີ ໃນລາຍການ “PGA” ທໍາອິດຂອງຊີວິດຂອງລາວ.
ທາງດ້ານຂອງນັກກ໊ອຟ ສະໝັກຫລິ້ນຖືກຕັດເຫລືອພຽງ 54 ຂຸມ ເນື່ອງຈາກມີລົມແຮງຈົນເຮັດໃຫ້ສະພາບອາກາດບໍ່ດີເກີນທີ່ຈະແຂ່ງຂັນໄດ້, ແລະ ທາງ ແກເຣັດ ເບລ ກໍ່ເຮັດຜົນງານໄດ້ຢ່າງດີເລີດດ້ວຍການເຮັດ 16 ອັນເດີພາ 65-65-69. ລວມ 199 ຈົບໃນອັນດັບ 16 ຂອງຝ່າຍສະໝັກຫລິ້ນ. ເຊິ່ງຖືວ່າເປັນຜົນງານທີ່ດີຫລາຍ ເມື່ອເບິ່ງຈາກອະດີດນັກກິລາບານເຕະທີ່ຫັນຕົວເອງເຂົ້າມາໃນການແຂ່ງຂັນກ໊ອຟສະໝັກຫລິ້ນ.
ສຳລັບ ແກເຣັດ ເບລ ອາຍຸ 33 ປີ ປະກາດອຳລາບານເຕະ ຫລັງຈາກຈົບບານໂລກ 2022 ທີ່ປະເທດກາຕ້າ ເຊິ່ງທີມຊາດເວລ “ມັງກອນແດງ” ຈອດປ້າຍໄດ້ພຽງແຕ່ຮອບແບ່ງກຸ່ມເທົ່ານັ້ນ. ເຊິ່ງລາວໄດ້ຫັນໄປເອົາດີໃນການແຂ່ງຂັນກ໊ອຟ. ເຊິ່ງລາວມີຄວາມກະຕືລືລົ້ນຫລາຍ ແລະ ມັກຈະຈັບຕິດໄປກັບລາວສະເໝີໃນເວລາໄປຝຶກບານເຕະ ດັ່ງທີ່ພວກເຮົາເຄີຍໄດ້ເຫັນລາວເອົາໄມ້ກ໊ອຟໄປຫລິ້ນຢູ່ສະຫນາມຝຶກຊ້ອມຂອງ ຣຽວ ມາດຣິດ.

