ADB ຄາດຄະເນການທ່ອງທ່ຽວ “ອາຊີ-ປາຊີຟິກ” ຟື້ນສູ່ລະດັບກ່ອນໂຄວິດ-19 ພາຍໃນປີ 2024

ລາຍງານຈາກທະນາຄານເພື່ອການພັດທະນາອາຊີ ຫລື ADB ທີ່ເຜີຍແພ່ໃນວັນທີ 7 ກຸມພາ ລະບຸວ່າ: ການທ່ອງທ່ຽວໃນພາກພື້ນອາຊີ-ປາຊີຟິກເລີ່ມຟື້ນຕົວຢ່າງວ່ອງໄວ ແລະ ອາດຟື້ນກັບສູ່ລະດັບກ່ອນເກີດພະຍາດຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19) ພາຍໃນປີ 2024.

ລາຍງານການບູລະນາການທາງເສດຖະກິດອາຊີ (Asian Economic Integration Report) ປະຈຳປີ 2023 ເຜີຍວ່າ: ຈໍານວນນັກທ່ອງທ່ຽວຕ່າງປະເທດທີ່ເດີນທາງທ່ອງທ່ຽວພາກພື້ນອາຊີ-ປາຊີຟິກ ເພີ່ມຂຶ້ນ 399% ເມື່ອທຽບໃສ່ແຕ່ລະປີ ໃນໄລຍະ 8 ເດືອນທໍາອິດຂອງປີ 2022 ແຕ່ມີພຽງ 10,3% ຂອງຕົວເລກໃນປີ 2019.

“ຄວາມແຕກຕ່າງດັ່ງກ່າວມີສາເຫດຕົ້ນຕໍມາຈາກຄວາມແຕກຕ່າງຂອງໄລຍະເວລາໃນການເປີດຊາຍແດນ, ລະບຽບການດ້ານສາທາລະນະສຸກ ແລະ ຄວາມເຊື່ອໝັ້ນຂອງປະຊາຊົນໃນການເດີນທາງອອກຕ່າງປະເທດ”.

ລາຍງານຍັງກ່າວອີກວ່າ: ຄວາມຂັດແຍ່ງລະຫວ່າງຣັດເຊຍ ແລະ ອູແກຣນຍັງກໍ່ໃຫ້ເກີດຄວາມສ່ຽງດ້ານລົບຕໍ່ການທ່ອງທ່ຽວໃນອາຊີ ເຊິ່ງອາດເຮັດໃຫ້ສູນເສຍນັກທ່ອງທ່ຽວຈາກຣັດເຊຍປະມານ 1 ໃນ 3. ອີກທັງລາຄາເຊື້ອໄຟທີ່ສູງຂຶ້ນນໍາໄປສູ່ຄ່າປີ້ເຮືອບິນ ແລະ ຄ່າໃຊ້ຈ່າຍໃນການເດີນທາງສູງຂຶ້ນໄປນໍາ ບວກກັບທ່າອ່ຽງການເຕີບໃຫຍ່ທີ່ອ່ອນແອທົ່ວໂລກ ກໍາລັງເປັນອຸປະສັກຕໍ່ທ່າອ່ຽງການຟື້ນຕົວຂອງການທ່ອງທ່ຽວ.

ລາຍງານເຊື່ອວ່າ: ກຸ່ມປະເທດໃນພາກພື້ນອາຊີ-ປາຊີຟິກ ຈໍາເປັນຕ້ອງພິຈາລະນາຕົວເລືອກນະໂຍບາຍເພື່ອສ້າງຄວາມຍືນຍົງ ແລະ ຄວາມຢືດຢຸ່ນສໍາລັບການຟື້ນຕົວຫລັງພະຍາດລະບາດ, ພ້ອມແກ້ໄຂຄວາມທ້າທາຍກ່ອນເກີດພະຍາດລະບາດເຊັ່ນ: ຕະຫລາດນັກທ່ອງທ່ຽວທີ່ແຄບ, ການຂາດເຂີນໂຄງສ້າງພື້ນຖານ ແລະ ຜົນໄດ້ຮັບທາງເສດຖະກິດທີ່ອ່ອນແອ ທັງຍັງຈໍາເປັນຕ້ອງສ້າງການຮ່ວມມືລະດັບພາກພື້ນເພື່ອຮັບມືຕໍ່ຄວາມທ້າທາຍທີ່ຍືດເຍື້ອ.