JSI ປະຈຳລາວສະໜັບສະໜູນໂຄງການສ້າງຄວາມເຂັ້ມແຂງດ້ານວຽກງານສຸຂະພາບແມ່ ແລະ ເດັກ ແລະ ໂພຊະນາການຢູ່ລາວ

ວັນທີ 3 ກຸມພາ 2023 ຜ່ານມານີ້ ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ແລະ ໂຄງການ ສ້າງຄວາມເຂັ້ມແຂງດ້ານວຽກງານສຸຂະພາບແມ່ ແລະ ເດັກ ແລະ ໂພຊະນາການ, ໂຄງການດັ່ງກ່າວຈະຖືກຈັດຕັ້ງປະຕິບັດໂດຍສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ ເຈເອສໄອ ລະຫວ່າງ ທ່ານ ດຣ ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ພ້ອມດ້ວຍ ທ່ານ Brain Mulligan ຫົວໜ້າໂຄງການ ເຈເອສໄອ ໂດຍການເຂົ້າຮ່ວມຂອງທ່ານ ດຣ. ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ປອ. ດຣ. ປີເຕີ ເຮ່ມອນ ເອກອັກຄະລັດຖະທູດ ສະຫະລັດ ອາເມລິກາ ປະຈໍາ ສປປ ລາວ, ທ່ານ Michael Ronning, ຜູ້ຕາງໜ້າອົງການ USAID ປະຈໍາ ສປປ ລາວ ຕາງໜ້າ ຈາກ ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ JSI ແລະ ພາກສ່ວນກ່ຽວຂ້ອງອື່ນໆ.
ໂຄງການ ສ້າງຄວາມເຂັ້ມແຂງວຽກງານສຸຂະພາບແມ່-ເດັກ ແລະ ໂພຊະນາການ ມີໄລຍະເວລາ 5 ປີ ປະຕິບັດຢູ່ 24 ເມືອງ ພາຍໃນ 5 ແຂວງຄື: ແຂວງຜົ້ງສາລີ, ອຸດົມໄຊ, ສະຫວັນນະເຂດ, ສາລະວັນ ແລະ ແຂວງເຊກອງ ເຊິ່ງຈະໃຊ້ງົບປະມານເຖິງ 29.208.230 ໂດລາສະຫະລັດ ຫຼື 496 ຕື້ກວ່າກີບ.
ໄລຍະເວລາການຈັດຕັ້ງປະຕິບັດ ປີ 2021-2026 ໂຄງການດັ່ງກ່າວ ຈະເຂົ້າມາໃຫ້ການສະໜັບສະໜູນ ວຽກງານສຸຂະພາບແມ່ ແລະ ເດັກ ແລະ ໂພຊະນາການ ຢູ່ ສປປ ລາວ ໂດຍປະຕິບັດຕາມຍຸດທະສາດ ສຸຂະພາບຈະເລີນພັນແມ່, ເດັກເກີດໃໝ່, ເດັກນ້ອຍ ລວມທັງໄວໜຸ່ມ (RMNCAH) ຂອງກະຊວງສາທາລະນະສຸກໄດ້ກຳນົດອອກ ໂດຍຜ່ານການສ້າງຄວາມເຂັ້ມແຂງໃຫ້ແກ່ຄູ່ຮ່ວມງານພາກລັດ ຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນໂຮງໝໍນ້ອຍ ຢູ່ໃນ 24 ເມືອງເປົ້າໝາຍ ຂອງ 05 ແຂວງ. ໂດຍມີເປົ້າໝາຍ ແມ່ນເພື່ອແນ່ໃສ່ປັບປຸງຜົນໄດ້ຮັບດ້ານສຸຂະພາບ ແລະ ໂພຊະນາການ ຂອງແມ່ຍິງຖືພາ (ກ່ອນເກີດ, ໄລຍະເກີດ, ຫຼັງເກີດ), ເດັກເກີດໃໝ່ ແລະ ເດັກນ້ອຍ ຢູ່ໃນເຂດພື້ນທີ່ເປົ້າໝາຍໂຄງການ ໃຫ້ດີຂຶ້ນ

