ປີ 2023 ພາສີແຂວງອັດຕະປື ຕັ້ງເປົ້າເກັບລາຍຮັບງົບປະມານ ໃຫ້ໄດ້ 5 ຕື້ກີບ

ທ່ານ ເຄນໄຊ ທອງພຸດ ຮອງຫົວໜ້າພາສີ ປະຈໍາແຂວງອັດຕະປື ລາຍງານຕໍ່ກອງປະຊຸມສະຫຼຸບຕີລາຄາວຽກງານວິຊາສະ ເພາະປະຈຳປີ 2022 ແລະ ທິດທາງແຜນການປີ 2023  ວັນທີ 2 ກຸມພາ 2023 ຜ່ານມານີ້ວ່າ: ໄລຍະ 1 ປີຜ່ານມາ, ຊຶ່ງໃນປີ 2022 ພາສີປະຈຳແຂວງ ແລະ ດ່ານພາສີທີ່ຂຶ້ນກັບໄດ້ຮັບມອບໝາຍຕົວເລກແຜນລາຍຮັບຈາກກົມພາສີທັງໝົດ 43 ຕື້ກວ່າກີບ, ແຕ່ຜ່ານການຈັດຕັ້ງປະຕິບັດໝົດປີປະຕິບັດໄດ້ຈໍານວນ 73 ຕື້ກວ່າກີບ, ທຽບໃສ່ແຜນການປີເທົ່າກັບ 170,54 %, ທຽບໃສ່ໄລຍະດຽວກັນປີ 2021 ຈໍານວນ 44 ຕື້ກວ່າກີບ, ເພີ່ມຂຶ້ນ 66,15%.

ພາສີປະຈຳແຂວງ, ປະຕິບັດໄດ້ຈໍານວນ 4 ຕື້ກວ່າກີບ, ທຽບແຜນປີປະຕິບັດໄດ້ 106,26% ທຽບໃສ່ໄລຍະດຽວກັນຂອງປີ 2021 ຈໍານວນ 977 ລ້ານກວ່າກີບ, ເພີ່ມຂຶ້ນ 334,68%, ສ່ວນດ່ານພາສີສາກົນພູເກືອ ປະຕິບັດໄດ້ຈໍານວນ 69 ກວ່າຕື້ກີບ, ເທົ່າກັບ 177,13% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີ 2021 ຈຳນວນ 43 ຕື້ກວ່າກີບ, ເພີ່ມຂຶ້ນ 60,08%.

ສຳລັບທິດທາງແຜນການ, ຄາດໝາຍສູ້ຊົນໃນການເກັບລາຍຮັບໝົດປີ 2023 ພາສີປະຈຳແຂວງ ແລະ ດ່ານພາສີທີ່ຂຶ້ນກັບໄດ້ຮັບຕົວເລກແຜນການເກັບລາຍຮັບ 89 ຕື້ກີບ. ໃນນັ້ນ, ພາສີປະຈໍາແຂວງຈະສູ້ຊົນເກັບລາຍຮັບໃຫ້ໄດ້ 5 ຕື້ກີບ, ດ່ານພາສີສາກົນພູເກືອຈະສູ້ຊົນເກັບລາຍຮັບໃຫ້ໄດ້ 84 ຕື້ກີບ. ພ້ອມດຽວກັນນີ້, ຄະນະພັກ, ຄະນະນໍາພາສີ ປະຈຳແຂວງ, ຈະໄດ້ເອົາໃຈໃສ່ການຊີ້ນຳ–ນຳພາດ້ານການເມືອງແນວຄິດໃຫ້ພະນັກງານລັດຖະກອນເຈົ້າໜ້າທີ່ພາສີ, ເຜີຍແຜ່, ເຊື່ອມຊືມ, ຄໍາສັ່ງ ແລະ ລະບຽບການຕ່າງໆທີ່ພັກ-ລັດວາງອອກໃນແຕ່ລະໄລຍະ, ເອົາໃຈໃສ່ ປະຕິບັດຍັດຕິກອງປະຊຸມຂອງກົມພາສີ ສະບັບເລກທີ 00007/ກພສ, ລົງວັນທີ 03 ມັງກອນ2023 ໃຫ້ໄດ້ຮັບ   ໝາກຜົນ, ປະສານກັບຂະແໜງການກ່ຽວຂ້ອງເພື່ອຕັ້ງຈຸດກວດກາສຳລັບພາຫະນະທີ່ຍັງບໍທັນໄດ້ເສຍພາສີ-ອາກອນສືບຕໍ່ຜັນຂະຫຍາຍວາລະແຫ່ງຊາດ, ວາລະຂອງແຂວງວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຂອງຂະແໜງພາສີໄລຍະປີ (2021-2023), ຊຸກຍູ້ໃຫ້ບໍລິສັດທີ່ມາເຄື່ອນໄຫວນຳເຂົ້າສົ່ງ–ອອກໃຫ້ມີເງື່ອນ ໄຂກ້າວສູ່ບໍລິສັດມາດຖານ AEO ແລະ ຈັດຕັ້ງປະຕິບັດມາດຕະການຈຳນວນໜຶ່ງເປັນຕົ້ນ: ເຂັ້ມງວດໃນການກວດ ກາສິນຄ້າ, ເຄື່ອງຂອງສົ່ງອອກ-ນຳເຂົ້າໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ເພື່ອສະກັດກັ້ນການລັກລອບໜີພາສີ, ອອກແຮງສູ້ຊົນຈັດຕັ້ງປະຕິບັດການຈັດເກັບລາຍຮັບເຂົ້າງົບປະມານຕາມຕົວເລກແຜນການທີ່ໄດ້ຮັບມອບ ໝາຍ, ເພີ່ມທະວີການຄຸ້ມຄອງກວດກາການນຳເຂົ້າ, ວັດຖຸອຸປະກອນ, ນ້ຳມັນເຊື້ອໄຟ, ພາຫະນະນຳເຂົ້າໂດຍຮູບການຍົກ ເວັ້ນຂອງໂຄງການລົງທຶນເພື່ອນຳໃຊ້ໃຫ້ຖືກເປົ້າໝາຍ, ເພີ່ມທະວີວຽກງານຕ້ານ ແລະ ກັດກັ້ນການລັກລອບໜີພາສີພາຍໃນພາສີປະຈໍາແຂວງ ແລະ ດ່ານພາສີຊາຍແດນຢ່າງແຂງແຮງ ແລະ ມີມາດຕະການເຂັ້ມງວດຕາມລະບຽບກົດ ໝາຍໃນກໍລະນີມີການລະເມີດ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆພາຍໃນພາສີປະຈຳແຂວງ, ດ່ານພາສີຊາຍແດນພ້ອມກັນນັ້ນຕ້ອງຂຸດຄົ້ນແຫຼ່ງລາຍຮັບທີ່ບົ່ມຊ້ອນ.