ເລັ່ງຄົ້ນຫາໂຕ ຄຣິສຕຽນ ອັສຊູ ຕິດຢູ່ໃນຊາກຕຶກຖະຫລົ່ມ ເຫດແຜ່ນດິນໄຫວໃນຕວັກກີ

ນັກກິລາບານເຕະຊາວການາທີ່ເຄີຍຫລິ້ນໃນ ພຣີເມຍລີກ ມີ​ລາຍ​ງານ​ວ່າ​ຕິດ​ຢູ່​ໃຕ້​ຊາກ​ຕຶກຖະຫລົ່ມຫລັງ​ຈາກ​ແຜ່ນ​ດິນ​ໄຫວ​ໃນ​ຕວັກກີ.

ເກີດເຫດແຜ່ນດິນໄຫວຮຸນແຮງຂະໜາດ 7.8 ຣິກເຕີ. ໂດຍຈຸດສູນກາງຂອງແຜ່ນດິນໄຫວແມ່ນຢູ່ໃກ້ກັບເມືອງ Gaziantep. ທາງທິດຕາເວັນອອກສຽງໃຕ້ຂອງ​ຕວັກກີ ອັນ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 284 ຄົນ ​ແລະ​ ບາດ​ເຈັບ​ຫລາຍ​ກວ່າ 2,323 ຄົນ​ໃນ​ຫລາຍ​ແຂວງ​ທີ່​ໄດ້​ຮັບ​ຜົນ​ກະທົບ.

ອີງຕາມນັກຂ່າວຂອງຕວກກີ Yağız Sabuncuoğlu ແລະ ສື່ອື່ນໆໃນປະເທດ, ເປີດເຜີຍວ່ານັກເຕະ ແລະ ທີມງານຂອງ ຮາທາຍສະປໍ ໄດ້ຖືກຊ່ວຍເຫລືອຫລັງຈາກແຜ່ນດິນໄຫວແລ້ວ, ຍົກເວັ້ນ ອັສຊູ ແລະ ທາແນ ຊາວຸດ ຜູ້ອໍານວຍການກິລາຂອງທີມທີ່ຍັງບໍ່ທັນໄດ້ຮັບການຊ່ວຍຊີວິດ ແລະ ຍັງບໍ່ທັນພົບເຫັນ ເຊິ່ງປັດຈຸບັນເຈົ້າໜ້າທີ່ກຳລັງເລັ່ງດໍາເນີນການຄົ້ນຫາໃຫ້ໄວທີ່ສຸດທີ່ຈະໄວໄດ້.

ສຳລັບ ອັສຊູ ເຄີຍມີສັນຍາກັບທີມດັງໃນ ພຣີເມຍລີກ ເຊັ່ນ ເຊວຊີ ໃນຊ່ວງປີ 2013-2017 ແຕ່ບໍ່ເຄີຍລົງຫລິ້ນໃຫ້ກັບ ເຊວຊີ ເລີຍຈັກນັດ. ໂດຍໄດ້ຖືກຢືມຕົວໄປໃຫ້ຫລາຍທີມໃນອັງກິດ ລວມທັງ ເອຟເວີຕັນ, ບອນມັດ ແລະ ນິວຄາສເຊິນ ຢູໄນເຕັດ ກ່ອນທີ່ຈະຍ້າຍຂາດໄປຢູ່ກັບ ນິວຄາສເຊິນ ໃນປີ 2017 ເຊິ່ງ ນິວຄາສເຊິນ ແລະ ບອນມັດ ຍັງໄດ້ໂພສລົງ Twitter ເພື່ອສະແດງຄວາມເປັນຫ່ວງຕໍ່ກັບອະດີດນັກເຕະຂອງສະໂມສອນອີກດ້ວຍ.

https://twitter.com/NUFC/status/1622581598121082880/photo/1

https://pbs.twimg.com/media/FoSmer8XoAACFZ_?format=jpg&name=small