ຕຳຫລວດໄຊເບີໄທ ເລັ່ງປະຕິບັດການຂະຫຍາຍຜົນ ປາບປາມເວັບພະນັນອອນລາຍ ມາເກົ້າ 888

ວັນທີ 6 ກຸມພາ 2023 ຜ່ານມາ, ອີງຕາມສຳນັກຂ່າວຂອງໄທໄດ້ລາຍງານຂ່າວວ່າ: ຕຳຫລວດໄຊເບີໄທສືບຕໍ່ຂະຫຍາຍຜົນ ແລະກວດຄົ້ນທຸລະກິດທີ່ຄາດວ່າຈະກ່ຽວຂ້ອງກັບເວັບພະນັນອອນລາຍ ມາເກົ້າ 888, ໄດ້ເຂົ້າກວດຄົ້ນໂຊຣູມລົດຫລູ 3 ແຫ່ງ ໃນກຸງເທບ ແລະ ໂຄຣາດ  ຊຶ່ງກຳລັງຢູ່ໃນລະຫວ່າງການກວດສອບ, ແລະ ອີກຊຸດປະຕິບັດການໜຶ່ງນຳກຳລັງໄປກວດຄົ້ນອູ່ສ້ອມແປງລົດພົບລົດເຈົ້າຂອງ ເວັບພະນັນ 2 ຄັນ.

ກ່ອນໜ້ານັ້ນຕຳຫລວດໄຊເບີໄທ ໄດ້ຂະຫຍາຍຜົນຈັບຕົວຜູ້ກ່ຽວຂ້ອງກັບເວັບພະນັນ ມາເກົ້າ 888 ໄດ້ 32 ຄົນ. ໃນລະຫວ່າງຊ່ວງປະຕິບັດການ 3 ວັນຜ່ານມາເຈົ້າໜ້າທີ່ຕຳຫລວດໄດ້ເຂົ້າກວດຄົ້ນແລ້ວ 40 ເປົ້າໝາຍ, ອອກໝາຍຈັບ 13 ໝາຍ, ໜຶ່ງໃນນັ້ນຄືໝາຍຈັບ ເບັນ ເດມ່ອນ ຫລື ທ້າວໄຊວັດ ອາຍຸ 37 ປີ ຄາດວ່າເປັນເຈົ້າຂອງເວັບພະນັນອອນລາຍ ມາເກົ້າ 888 ໃນຂໍ້ຫາຮ່ວມກັນເປັນຜູ້ຈັດໃຫ້ມີການຫລີ້ນ ການພະນັນ ແລະ ຮ່ວມກັນຟອກເງິນ ຜູ້ກ່ຽວໄດ້ເອົາຕົວຫລົບໜີໄປຕ່າງປະເທດ ເຊິ່ງຢູ່ໃນລະຫວ່າງການຕິດຕາມນຳຈັບຕົວມາດຳເນີນຄະດີ ແລະ ປັດຈຸບັນເຈົ້າໜ້າທີ່ໄທຍັງສືບຕໍ່ຂະຫຍາຍຜົນຢ່າງຕໍ່ເນື່ອງເພື່ອກວາດລ້າງຂະບວນການເວັບພະນັນອອນລາຍ.