ລັດຖະບານ ຈະປຶກສາຫາລື ຄົົ້ນຄວ້າ ແລະ ພິຈາລະນາ 6 ຫົວຂໍ້ ທີ່ສໍາຄັນ ແລະ ຈຳເປັນເຄັ່ງຮ້ອນ

ວັນທີ 6 ກຸມພາ 2023 ລັດຖະບານ ໄຂກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນມັງກອນ 2023 ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ.

ກອງປະຊຸມຄັ້ງນີ້້ ລັດຖະບານ ຈະໄດ້ພ້ອມກັນປຶກສາຫາລື, ຄົົ້ນຄວ້າ ແລະ ພິຈາລະນາ 6 ຫົວຂໍ້ ທີ່ສໍາຄັນ ແລະ ຈຳເປັນເຄັ່ງຮ້ອນ ໃນການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ -ສັງຄົມ ຕິດພັນກັບບັນດາວຽກຈຸດສຸມຂອງສອງວາລະແຫ່ງຊາດ ທີ່ສະພາແຫ່ງຊາດ ໄດ້ຮັບຮອງ ກໍຄື ການແກ້ໄຂບັນຫາລວມຂອງຊາດ ດັ່ງນີ້:

  1. ສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈຳເດືອນມັງກອນ ແລະ ທິດທາງແຜນການເດືອນກຸມພາ 2023 ຂອງລັດຖະບານ.
  2. ລາຍງານກ່ຽວກັບຮ່າງດຳລັດ ວ່າດ້ວຍກອງທຶນອາຊີວະສຶກສາ.
  3. ສະເໜີຮ່າງມະຕິ ວ່າດ້ວຍການພັດທະນາຊັບພະຍາກອນມະນຸດ ທີ່ມີຄຸນນະພາບ ຕອບສະໜອງໃຫ້ແກ່ການພັດທະນາ ໃນເງື່ອນໄຂໃໝ່.
  4. ລາຍງານ ກ່ຽວກັບຮ່າງດຳລັດວ່າດ້ວຍການປັບໄໝ ແລະ ນຳໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບມາດຕະຖານ.
  5. ລາຍງານ ກ່ຽວກັບຮ່າງດຳລັດວ່າດ້ວຍການປັບໄໝ ແລະ ນຳໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບ ມາດຕະຖານວັດແທກ.
  6. ລາຍງານ ກ່ຽວກັບຮ່າງດຳລັດວ່າດ້ວຍ ເຂດປອດພາສີ ແລະ ຮ້ານຄ້າປອດພາສີ.

ທ່ານ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງບັນດາທ່ານ ຮອງນາຍົກລັດຖະມົນຕີ ແລະ ບັນດາ ສະມາຊິກລັດຖະບານ ຈົ່ງໄດ້ພ້ອມກັນເອົາໃຈ ໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນຢ່າງເລິກເຊິ່ງ ດ້ວຍການສະເໜີທັດ ສະນະຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ແລະ ມີທາງອອກທີ່ຈະແຈ້ງ ເພື່ອໃຫ້ກອງປະຊຸມຄັ້ງນີ້ ມີປະສິດທິຜົນສູງ ແລະ ປະສົບຜົນສຳເລັດຕາມຈຸດປະສົງ ບັນລຸຕາມ ແລະ ຄາດໝາຍທີ່ໄດ້ກໍານົດໄວ້.

อาจเป็นรูปภาพของ 9 คน และ สถานที่ในร่ม