ການທ່ອງທ່ຽວລາວຈະນັບມື້ສົດໃສຖ້າບໍ່ມີໄພມາຄຸກຄາມ ແລະຄວາມພະຍາຍາມປັບປຸງແກ້ໄຂຂອດບັນຫາ

ໂດຍ: ທິດກໍ່າ
ໃນປີ 2022 ໄດ້ມີນັກທ່ອງທ່ຽວເຂົ້າມາທ່ຽວໃນປະເທດລາວເຮົາເຖິງ 1 ລ້ານ 6 ແສນຄົນ ອັນສາເຫດກໍຍ້ອນວ່າ: ລັດຖະບານໄດ້ເປີດປະເທດມາແຕ່ເດືອນພຶດສະພາ 2022 ເປັນຕົ້ນມາ. ນີ້ເປັນພຽງແຕ່ໄລຍະ 6 ເດືອນ ຄືເດືອນພຶດສະພາຫາເດືອນທັນວາເທົ່ານັ້ນ, ແຕ່ຖ້າຫາກຮອດໜຶ່ງປີເຕັມ ຈຳນວນນັກທ່ອງທ່ຽວອາດເພີ່ມຂຶ້ນຫລາຍກວ່ານີ້. ບັນດານັກທ່ອງທ່ຽວທີ່ໄດ້ເຂົ້າມາທ່ຽວລາວຫລາຍກວ່າໝູ່ແມ່ນພີ່ນ້ອງຊາວໄທທີ່ເປັນບ້ານໃກ້ເຮືອນຄຽງຂອງລາວເຮົານີ້ເອງ. ນອກຈາກທີ່ກ່າວມານີ້ແລ້ວ ກໍແມ່ນຈາກ ສປ ຈີນ ແລະ ປະເທດອື່ນໆ ນັບທັງອາຊີເຮົາ ແລະ ຈາກບັນດາປະເທດເອີຣົບ. ຄາດວ່າໃນອະນາຄົດຕໍ່ໜ້າ ກໍຄືໄລຍະຍາວນານ ຖ້າບໍ່ມີພະຍາດ ຫລື ໄພພິບັດຕ່າງໆມາຄຸກຄາມ ປະເທດລາວເຮົາອາດຈະມີນັກທ່ອງທ່ຽວຈາກທຸກສາລະທິດມຸ່ງໜ້າເຂົ້າມາທ່ອງທ່ຽວລາວນັບມື້ຫລາຍຂຶ້ນເປັນລຳດັບຢ່າງແນ່ນອນ.
ຈາກວາລະສານການທ່ອງທ່ຽວຊື່ດັງຂອງປະເທດອົດສະຕຣາລີ (Traveller) ໄດ້ຈັດອັນດັບ 25 ປະເທດທີ່ຄວນໄປທ່ຽວໃນປີ 2023 ຜົນປາກົດວ່າ: ສປປ ລາວຂອງພວກເຮົາກໍຢູ່ໃນອັນດັບທີ 7 ຂອງບັນຊີລາຍຊື່ໃນວາລະສານດັ່ງກ່າວ ອັນໄດ້ແກ່: ເອຢິບ, ສີລັງກາ, ສະເປນ, ເອກົວດໍ, ນາບີເບຍ ແລະ ລາວ. ນອກຈາກນັ້ນ ກໍຍັງມີອີກ 18 ປະເທດທີ່ຢູ່ໃນຈຳນວນ 25 ປະເທດ.
ໃນກອງປະຊຸມສະຫລຸບວຽກງານຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວປີ 2022 ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງດັ່ງກ່າວ ໄດ້ລາຍງານຕໍ່ກອງປະຊຸມວ່າ: ໃນປີ 2022 ສປປ ລາວຂອງພວກເຮົາ ໄດ້ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນເຖິງ 17 ລາງວັນ ໃນນີ້ປະກອບມີ ມາດຕະຖານໂຮງແຮມຂຽວອາຊຽນ 5 ລາງວັນ, ມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ 3 ລາງວັນ, ມາດຕະຖານການຈັດງານອາຊຽນ 7 ລາງວັນ ແລະ ການທ່ອງທ່ຽວແບບຍືນຍົງອາຊຽນ 2 ລາງວັນ.
ນີ້ກໍສະແດງໃຫ້ເຫັນວ່າ: ຂະແໜງການທ່ອງທ່ຽວຢູ່ປະເທດລາວຂອງພວກເຮົາພວມກ້າວເຂົ້າສູ່ຍຸກໃໝ່, ເປັນນິມິດໝາຍທີ່ດີທີ່ຈະເຮັດໃຫ້ອຸດສາຫະກຳໃນຂະແໜງການດັ່ງກ່າວເຕີບໃຫຍ່ຂະຫຍາຍຕົວກາຍເປັນກຳລັງແຮງອັນມະຫາສານໃນການຟື້ນຟູເສດຖະກິດລາວໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ຂະຫຍາຍຕົວໃນອະນາຄົດ.
ຫາກຕັ້ງໂຈດກັນວ່າ: ດ້ວຍສາເຫດໃດຈຶ່ງມີນັກທ່ອງທ່ຽວເດີນທາງເຂົ້າມາທ່ຽວປະເທດເຮົານັບມື້ຫລາຍຂຶ້ນ, ຄຳຕອບໂຈດກໍຄື
ອັນທີໜຶ່ງ ຍ້ອນປະເທດເຮົາໄດ້ມີລົດໄຟຄວາມໄວສູງ ລາວ-ຈີນ ອັນເປັນເອື້ອອຳນວຍໃນການເດີນທາງທ່ອງທ່ຽວໄປມາ ໂດຍສະເພາະໄປທາງພາກເໜືອ.
ອັນທີສອງ ປະເທດເຮົາຍັງມີທຳມະຊາດ, ພູຜາປ່າໄມ້ພູເຂົາ, ແມ່ນ້ຳລຳເຊຫລາຍແຫ່ງທີ່ສາມາດດຶງດູດນັກທ່ອງທ່ຽວເຂົ້າມາລາວເຊັ່ນ: ຖ້ຳກອງລໍ, ຖ້ຳນ້ຳລອດເຊບັ້ງໄຟ, ແມ່ນ້ຳຊອງວັງວຽງ ແລະ ແຫ່ງອື່ນໆ.
ອັນທີສາມ ກໍແມ່ນປະເທດເຮົາມີພື້ນຖານຮີດຄອງປະເພນີວັດທະນະທຳ ແລະ ສະຖາປັດຕະຍະກຳທີ່ສຳຄັນຫລາຍແຫ່ງເຊັ່ນ: ເມືອງມໍລະດົກໂລກຫລວງພະບາງ, ໄຫຫີນຊຽງຂວາງ, ວັດພູຈຳປາສັກ, ທາດຫລວງວຽງຈັນ ແລະ ແຫ່ງອື່ນໆ.
ເຖິງຢ່າງໃດກໍດີ, ສິ່ງທີ່ຄວນປັບປຸງໃຫ້ດີກວ່າເກົ່ານັ້ນ ກໍຄືການບໍລິການໃຫ້ຢູ່ໃນລະດັບມາດຕະຖານ, ບໍ່ເອົາປຽບນັກທ່ອງທ່ຽວ, ມີອັດທະຍາໃສໄມຕີທີ່ດີຕໍ່ແຂກຕ່າງດ້າວທ້າວຕ່າງແດນ. ອັນສຳຄັນ ກ່ອນອື່ນໝົດແມ່ນຢ່າເຫັນແກ່ໄດ້ແຕ່ມື້ໜຶ່ງມື້ດຽວ ຍ້ອນປາກໃຫຍ່ກວ່າທ້ອງ ເພາະນັກທ່ອງທ່ຽວເຂົາຈະເຂັດຫລາບ.

