9 ສິ່ງຈຳເປັນສຳລັບຊີວິດທີ່ຄວນສອນລູກ

ໜ້າທີ່ຂອງພໍ່ແມ່ຄື ການອົບຮົມສັ່ງສອນໃຫ້ລູກກາຍເປັນຄົນມີຄວາມອົດທົນ, ມີຄວາມພະຍາຍາມ ລວມທັງມີໃຈຂົນຂວາຍຫາ ຄວາມຮູ້ ທັງສອນໃຫ້ລູກມີທັກສະໃນການເວົ້າ, ອ່ານ, ຂຽນ. ຄອບຄົວເປັນສະຖາບັນທີ່ມີຄວາມສຳຄັນເປັນອັນດັບຕົ້ນຕໍຂອງການພັດທະນາການຮຽນຮູ້ສຳລັບເດັກ, ການໃຫ້ຄວາມຮູ້ທາງດ້ານວິຊາການເປັນສິ່ງທີ່ສຳຄັນ ແຕ່ການສອນບົດຮຽນໃນການໃຊ້ຊີວິດກໍເປັນສິ່ງທີ່ຈຳເປັນບໍ່ໜ້ອຍຄືກັນ.
- ສອນໃຫ້ລູກຮຽນຮູ້ອັນຕະລາຍຈາກຄົນແປກໜ້າ.
- ສອນການປະຕິບັດໂຕເມື່ອຖືກທຳຮ້າຍ.
- ສອນຄວາມສຳຄັນຂອງການຮູ້ຈັກຄຸນຄ່າໃນໂຕເອງ.
- ສອນການມີມາລະຍາດດີ.
- ສອນໃຫ້ລູກຮັບຜິດຊອບ ແລະ ເຮັດວຽກເຮືອນ.
- ສອນໃຫ້ລູກຮູ້ຈັກຄຸນຄ່າຂອງເງິນ.
- ສອນໃຫ້ລູກອອກກຳລັງກາຍ.
- ສອນໃຫ້ລູກບໍ່ຕັດສິນເມື່ອເຫັນຄົນອື່ນທີ່ມີຄວາມແຕກຕ່າງຈາກເຮົາ.
- ສອນໃຫ້ລູກຮູ້ວ່າເຮົາສາມາດເປັນໂຕຂອງໂຕເອງໄດ້.

