ໂຣນັລໂດ້ ຍິງປະຕູທຳອິດໃນ ຊາອຸ ລີກ ຈາກລູກໂທດໃນເຄິ່ງຫລັງພາ ອັລ-ນາສເຊີ ໄລ່ຕີສະເໝີ ອັລ-ຟາເຕະ ສຸດເດືອດ 2-2

ອັລ-ຟາເຕະ ເປີດບ້ານ ເດີນໜ້າບຸກໂຈມຕີມໃສ່ທີມເຕັງຢ່າງ ອັລ-ນາສເຊີ ທີ່ມີ ໂຣນັລໂດ້ ໂດຍບໍ່ເກັງໃຈ ກ່ອນທີ່ຈະຈົບລົງດ້ວຍຜົນປະຕູ 2-2.
ໃນເກມນີ້ ອັລ-ຟາເຕະ ໄດ້ປະຕູຂຶ້ນນຳກ່ອນຈາກ ຄຣິສຕຽນ ເຕໂຢ ອະດີດນັກເຕະ ບາເຊໂລນາ ທີ່ຍິງໄດ້ໃນນາທີ 12, ແຕ່ໃນນາທີ 42 ອັນເດີສັນ ທາລິສກາ ມາຍິງຈາກໄລຍະໄກຢ່າງສວຍງາມໃຫ້ກັບ ອັລ-ນາສເຊີ ໄລ່ຕີສະເໝີ 1-1 ແລະ ຈົບເຄິ່ງເວລາທໍາອິດດ້ວຍຜົນສະກໍນີ້, ເຖິງແມ່ນວ່າໃນຊ່ວງເວລາບາດເຈັບ ມີການຍິງຈາກ ໂຣນັລໂດ້ ດ້ວຍຕີນຊ້າຍເຕັມຂໍ້ຂອງລາວແຕ່ກໍ່ໄປຕຳຄານ.
ຈາກນັ້ນ, ໃນເຄິ່ງເວລາທີສອງ, ນາທີທີ່ 58, ທີມເຈົ້າບ້ານໄດ້ປະຕູຂຶ້ນນຳອີກ 2-1 ຈາກ ເບນເຕັບກ້າ ກ່ອນທີ່ຈະລົງໄປຕັ້ງຮັບທັງທີມ. ເຊິ່ງເກືອບຕະຫລອດເຄິ່ງເວລາທີ 2 ໂຣນັລໂດ້ ເກືອບບໍ່ໄດ້ບານເລີຍ ຈົນ ອັລ-ນາສເຊີ ໄດ້ຈຸດໂທດໃນຊ່ວງທ້າຍເກມໃນນາທີ 90+1 ແລະ ໂຣນັລໂດ້ ອາສາສະໝັກຄວ້າບານແລ້ວຍິງເອງດ້ວຍການຍິງເບົາໆເຂົ້າມຸມກາງປະຕູ ສະເໝີກັນ 2-2 ນັດນີ້ນັບເປັນນັດທຳອິດໃນແຜ່ນດິນ ຊາອຸດີ ອາຣາເບຍ ຫລັງຈາກ 3 ນັດທີ່ຜ່ານມາ ບໍ່ສາມາດຍິງປະຕູໃຫ້ກັບທີມໄດ້ເລີຍ.

