ເມສັນ ກຣີນວູດ ພົ້ນຂໍ້ຫາທຳຮ້າຍແຟນສາວ ລຸ້ນໂອກາດຄືນສະໜາມອີກຄັ້ງ

ສື່ຕ່າງປະເທດຫລາຍສຳນັກ ພ້ອມລາຍງານຂ່າວວ່າ ເມສັນ ກຣີນວູດ ດາວຮຸ່ງຂອງ ແມນເຊັສເຕີ ຢູໄນເຕັດ ພົ້ນຂໍ້ກ່າວຫາທຳຮ້າຍຮ່າງກາຍອະດີດແຟນສາວ ເຊິ່ງເກີດຂຶ້ນເມື່ອປີ 2022 ແລະ ພ້ອມຄາດວ່າຈະກັບມາມີລາຍຊື່ຢູ່ໃນທີມຜູ້ຫລິ້ນຂອງຕົ້ນສັງກັດຫລັງຈາກນີ້.
ກຣີນວູດ ອາຍຸ 21 ປີ ໄດ້ຖືກຕັດຊື່ອອກຈາກທີມຂອງ ເອຣິກ ເທນຮາກ ນັບຕັ້ງແຕ່ລາວຖືກກ່າວຫາວ່າມີທຳຮ້າຍຮ່າງກາຍອະດີດແຟນໃນຫລາຍກໍລະນີ. ດ້ວຍຫລັກຖານທີ່ມັດໂຕຢ່າງຢ່າງຈະແຈ້ງ ເຮັດໃຫ້ກໍລະນີຂອງລາວໄດ້ດຶງດູດຄວາມສົນໃຈຂອງສື່ຈາກທົ່ວໂລກ.
ດາວຮຸ່ງຂອງ “ຜີສາດແດງ” ຖືກເຈົ້າໜ້າທີ່ຄຸມຕົວມາສອບສວນ ແລະ ເຝົ້າສັງເກດພຶດຕິກຳໂດຍເຈົ້າໜ້າທີ່. ຫ້າມບໍ່ໃຫ້ເຮັດກິດຈະກຳກ່ຽວກັບກິລາບານເຕະໃນທີ່ສາທາລະນະ. ຈົນເຖິງວັນທີ 2 ກຸມພານີ້, ກົມຕຳຫລວດເມືອງແມນເຊັສເຕີ (GMP) ໄດ້ອອກຖະແຫຼລງການສະບັບໜຶ່ງວ່າ, ກຣີນວູດ ໄດ້ພົ້ນຈາກທຸກຂໍ້ກ່າວຫາໃນເລື່ອງທຳຮ້າຍຮ່າງກາຍຜູ້ຍີງແລ້ວ.
ຖະແຫລງການຈາກກົມຕຳຫລວດເມືອງແມນເຊັສເຕີ ເຖິງແມ່ນວ່າຊື່ຂອງຜູ້ກະທໍາຜິດບໍ່ໄດ້ລະບຸຢ່າງຊັດເຈນ. ພຽງແຕ່ເວົ້າວ່າເປັນຜູ້ຊາຍອາຍຸ 21 ປີ, ແຕ່ສື່ມວນຊົນທັງຫມົດລວມທັງ BBC, ອົງການຂ່າວທີ່ມີອັດຕາຄວາມຫນ້າເຊື່ອຖືສູງ. ກໍ່ລະບຸວ່ານີ້ແມ່ນຄໍາຖະແຫລງກ່ຽວກັບກໍລະນີຂອງ ກຣີນວູດ, ໂດຍສະເພາະແມ່ນປະໂຫຍກທີ່ຫົວຫນ້າ GMP Mikaela Kerr ກ່າວວ່າເປັນກໍລະນີທີ່ໄດ້ຮັບຄວາມສົນໃຈຈາກສື່ມວນຊົນຢ່າງຫລວງຫລາຍ.

