ເກີດເຫດ!! ຄົນຖືກຍິງເສຍຊີວິດ 2 ຄົນ ຢູ່ເມືອງປາກງື່ມ ນະຄອນຫລວງວຽງຈັນ

ອີງຕາມໜ່ວຍກູ້ໄພພອາສາເພື່ອປະຊາຊົນລາຍງານວ່າ: ເວລາ 13:30 ໂມງຂອງວັນທີ 1 ກຸມພາ 2023 ໄດ້ຮັບແຈ້ງເຫດສຸກເສີນມີຄົນຍິງກັນເສຍຊີວິດ ຢູ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫລວງວຽງຈັນ. ຈຶ່ງໄດ້ລົງຈຸດເກີດເຫດ ຜ່ານການກວດສອບພົບຜູ້ປະສົບເຫດ 2 ຄົນ, ຜູ້ທີ 1 ຖືກຍິງເສຍຊີວິດຄາທີ່ ແລະ ຜູ້ທີ 2 ເສຍຊີວິດພາຍຫລັງນຳສົ່ງໂຮງໝໍ.
ປັດຈຸບັນທາງເຈົ້າໜ້າທີ່ຕຳຫລວດພວມເກັບກຳຂໍ້ມູນ ແລະ ສືບສວນ-ສອບສວນສາເຫດກ່ຽວກັບເຫດການຄັ້ງນີ້. ຖ້າມີຂໍ້ມູນເພີ່ມເຕີ່ມທາງໜັງສືພິມ ລາວພັດທະນາ ຈະລາຍງານໃຫ້ທ່ານຊາບຕື່ມພາຍຫລັງ.
ຂໍສະແດງຄວາມເສຍໃຈມາຍັງຄອບຄົວຜູ້ເສຍຊີວິດໃນຄັ້ງນີ້ດ້ວຍ.

